ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງແຂວງກວາງຊີ ແລະບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຕ່າງໆຂອງຫວຽດນາມ ຍັງໃຫຍ່ຫຼວງ
ກປ.ອອນໄລ - ວັນທີ 27 ພະຈິກ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Wei Tao, ຮອງເລຂາພັກ, ປະທານເຂດປົກຄອງຕົນເອງເຜົ່າຈວ້າງ, ແຂວງກວາງຊີ, ຈີນ.
ໃນບັນຍາກາດໄມຕີຈິດມິດຕະພາບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ. ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ແລະກວາງຊີ ໄດ້ບັນລຸບັນດາໝາກຜົນທີ່ໜ້າສົ່ງເສີມດ້ວຍຈຸດພົ້ນເດັ່ນຫຼາຍຢ່າງ, ລວມມີການພົບປະແລກປ່ຽນມິດຕະພາບໄດ້ຮັບການເພີ່ມທະວີ; ການຮ່ວມມືກ່ຽວກັບປັນຍາປະດິດກາຍເປັນຈຸດພົ້ນເດັ່ນໃໝ່; ການເຊື່ອມຕໍ່ພື້ນຖານໂຄງລ່າງການຄົມມະນາຄົມ, ເປັນຕ້ົນແມ່ນທາງລົດໄຟໄດ້ຮັບການຍູ້ໄວ...
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແລະທ່ານ Wei Tao, ຮອງເລຂາພັກ, ປະທານເຂດປົກຄອງຕົນເອງເຜົ່າຈວ້າງ, ແຂວງກວາງຊີ, ຈີນ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ຟ້າມມິງຈິ໊ງ ຫວັງວ່າສອງຝ່າຍຈະຮັດແໜ້ນການພົບປະແລກປ່ຽນ, ການຮ່ວມມືທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນ, ຍົກສູງປະສິດທິຜົນຂອງກົນໄກການພົບປະແລກປ່ຽນ, ການຮ່ວມມືລະຫວ່າງແຂວງກວາງຊີ ແລະບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ກວ່າອີກ; ຍູ້ໄວການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງຫວຽດນາມ ແລະກວາງຊີ...
ທ່ານ ຟ້າມມິງຈິ໊ງ ກໍ່ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືດ້ານເສດຖະກິດສີຂຽວ, ພະລັງງານສະອາດ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ, ພິເສດແມ່ນໃນຂົງເຂດການນຳໃຊ້ປັນຍາປະດິດ; ຮ່ວມມືໃນການກໍ່ສ້າງໂຄງການຂະໜາດໃຫຍ່ທີ່ເປັນສັນຍະລັກໃນການພົວພັນສອງຝ່າຍ; ຄຸ້ມຄອງຊາຍແດນທາງບົກໃຫ້ດີ, ຕັ້ງໜ້າແລກປ່ຽນ, ແກ້ໄຂເຫດການທີ່ເກີດຂຶ້ນຢ່າງສະຫງົບຮຽບຮ້ອຍ, ກໍ່ສ້າງເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ ສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ໂດຍ: ຈາງຫງວຽນ