ວັນທີ 26 ພະຈິກ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະພັນລະຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດ ສປປ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະເປັນປະທານຮ່ວມການພົບປະຂັ້ນສູງລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 1-2 ທັນວາ 2025.
ແຫຼ່ງຄັດຈາກ: vovworld.vn
Type the code from the image