leftcenterrightdel
ສະຫາຍ ເລຮ່ວາຍຈູງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ສະຫາຍ Wei Tao ປະທານເຂດປົກຄອງຕົນເອງເຜົ່າຈວ້າງ, ແຂວງກວາງຊີ, ຈີນ. ພາບ: mofa.gov.vn

ສະຫາຍ Wei Tao ສົ່ງຄໍາຢ້ຽມຢາມຖາມຂ່າວເຖິງປະຊາຊົນຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກພາຍຸ ແລະນໍ້າຖ້ວມ. ທ່ານລັດຖະມົນຕີ ເລຮ່ວາຍຈູງ ໄດ້ຂອບໃຈການແບ່ງປັນຂອງທ່ານ Wei Tao, ພ້ອມທັງຂອບໃຈລັດຖະບານຈີນ ໄດ້ປະກາດໜູນຊ່ວຍເງິນຈໍານວນ 500.000 USD ໃຫ້ແກ່ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ແລະ ນ້ຳຖ້ວມເມື່ອບໍ່ດົນມານີ້. ສອງຝ່າຍໄດ້ເຫັນດີເປັນເອກະສັນໂດຍຖືວ່າ, ພ້ອມກັບການພັດທະນາຢ່າງແຂງແຮງ ແລະຕັ້ງໜ້າຂອງການພົວພັນລະຫວ່າງສອງພັກ ແລະສອງປະເທດ, ການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງ ຫວຽດນາມ ກັບແຂວງກວາງຊີ ໃນໄລຍະຜ່ານມານີ້ບັນລຸໄດ້ໝາກຜົນທີ່ດີງາມ.

ທ່ານລັດຖະມົນຕີ ເລຮ່ວາຍຈູງ ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາກົນໄກພົບປະແລກປ່ຽນ; ການຮ່ວມມື; ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ເປັນຕົ້ນແມ່ນຍູ້ໄວການເຊື່ອມຕໍ່ພື້ນຖານໂຄງລ່າງ, ເປີດກວ້າງການນຳເຂົ້າສິນຄ້າ, ພິເສດແມ່ນຜະລິດຕະພັນກະເສດຂອງຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນໃນການທົດລອງຮູບແບບດ່ານຊາຍແດນອັດສະລິຍະ; ສືບຕໍ່ຮັກສາການສົມທົບກັນຢ່າງແໜ້ນແຟ້ນໃນການຄຸ້ມຄອງຊາຍແດນທາງບົກ; ຕັ້ງໜ້າແລກປ່ຽນ ແລະແກ້ໄຂກໍລະນີດທີ່ເກີດຂຶ້ນຢູ່ຊາຍແດນເປັນຢ່າງດີ...

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ.ພາບ: mofa.gov.vn

ເຫັນດີກັບຂໍ້ສະເໜີຮ່ວມມືຂອງທ່ານລັດຖະມົນຕີ ເລຮ່ວາຍຈູງ, ສະຫາຍ Wei Tao ຢືນຢັນວ່າ: ແຂວງກວາງຊີ ຖືເປັນສຳຄັນພິເສດການພົວພັນແລກປ່ຽນ, ການຮ່ວມມືກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ, ພ້ອມແລ້ວທີ່ຈະຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງຂອງສອງພັກ ແລະສອງປະເທດໃຫ້ເປັນຢ່າງດີ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບ, ຊຸກຍູ້ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

ໂດຍ: ທູຈາງ