ການຮ່ວມມືລະຫວ່າງທ້ອງຖິ່ນ, ວິສາຫະກິດແມ່ນລັກສະນະສະເພາະຂອງການພົວພັນ ຫວຽດນາມ-ຍີ່ປຸ່ນ
ກປ.ອອນໄລ - ໃນຕອນເຊົ້າວັນທີ 25 ພະຈິກ, ທີ່ແຂວງກວາງນິງ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືລະຫວ່າງທ້ອງຖິ່ນ ຫວຽດນາມ - ຍີ່ປຸ່ນ ດ້ວຍຫົວຂໍ້ "ຮ່ວມເດີນທາງກັບການພັດທະນາທີ່ຮອບດ້ານ - ສ້າງອະນາຄົດທີ່ຍືນຍົງ".
ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ດ້ວຍທິດນໍາ "ສາມັກຄີເພື່ອມີກໍາລັງແຮງ, ການຮ່ວມມືເພື່ອມີຜົນປະໂຫຍດ, ສົນທະນາເພື່ອມີຄວາມໄວ້ເນື້ອເຊື່ອໃຈ", ເວທີປາໄສຮ່ວມມືລະຫວ່າງທ້ອງຖິ່ນຫວຽດນາມ - ຍີ່ປຸ່ນ ມີຄວາມໝາຍທີ່ແທດຈິງ, ມີຫຼັກສະນະຍຸດທະສາດ, ສະແດງໃຫ້ເຫັນຢ່າງຈະແຈ້ງຈິດໃຈຮ່ວມມືທີ່ພ້ອມກັນຮັບໄຊຊະຊະ, ຮ່ວມເດີນທາງພັດທະນາ, ພ້ອມກັນສ້າງອະນາຄົດເພື່ອສັນຕິພາບ, ສະຖຽນລະພາບ,ຈະເລີນຮຸ່ງເຮືອງຂອງທັງສອງປະເທດ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາຜູ້ແທນທີ່ເຂົ້າຮ່ວມເວທີປາໄສຮ່ວມມືທ້ອງຖິ່ນຫວຽດນາມ-ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ. |
ດ້ວຍພື້ນຖານປະຫວັດສາດການພົບປະແລກປ່ຽນປະຊາຊົນຫຼາຍກວ່າ 1.300 ປີ ແລະຫຼາຍກວ່າເຄິ່ງສະຕະວັດແຫ່ງການສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ ແລະມີປະສິດທິຜົນ. ມາຮອດປະຈຸບັນ, ຍີ່ປຸ່ນ ໄດ້ກາຍເປັນຄູ່ຮ່ວມມືດ້ານເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ, ຢືນອັນດັບທີໜຶ່ງກ່ຽວກັບການຮ່ວມມື ODA ແລະແຮງງານ, ອັນດັບທີສາມກ່ຽວກັບການລົງທຶນ ແລະອັນດັບທີສີ່ກ່ຽວກັບການຄ້າ, ການທ່ອງທ່ຽວ.
ທ່ານ ຟ້າມມິງຈິ໊ງ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນລ້ຳຄ່າຂອງບັນດາທ້ອງຖິ່ນ, ວິສາຫະກິດຍີ່ປຸ່ນ ເຂ້ົາໃນບັນດາໝາກຜົນຂອງການຮ່ວມມືສອງຝ່າຍ ກໍ່ຄືສໍາລັບການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ; ຢືນຢັນວ່າ ການຮ່ວມມືທ້ອງຖິ່ນ ແລະການຮ່ວມມືວິສາຫະກິດ ແມ່ນລັກສະນະສະເພາະຂອງການພົວພັນຫວຽດນາມ-ຍີ່ປຸ່ນ, ເປັນຊ່ອງທາງເຊື່ອມຕໍ່ທີ່ແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຜັນຂະຫຍາຍ, ຫັນຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງປະເທດເປັນລະອຽດ.
* ໃນຕອນເຊົ້າວັນດຽວກັນ, ທີ່ແຂວງກວາງນິງ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສຮ່ວມມືທ້ອງຖິ່ນ ຫວຽດນາມ-ຍີ່ປຸ່ນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ມີການເຮັດວຽກກັບທ່ານ Yamamoto Ichita, ຜູ້ວ່າການແຂວງ Gunma, ຍີ່ປຸ່ນ; ທ່ານ Takebe Tsutomu, ທີ່ປຶກສາພິເສດຂອງພັນທະມິດສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ-ຫວຽດນາມ ແລະຄະນະຜູ້ແທນບັນດາທ້ອງຖິ່ນຂອງຍີ່ປຸ່ນ ທີ່ເຂົ້າຮ່ວມເວທີປາໄສ.
ໂດຍ: ຈາງຫງວຽນ