leftcenterrightdel
ສະຫາຍ ບຸ່ຍທິມິງຮ່ວາຍ ກ່າວຄໍາເຫັນທີ່ການຕ້ອນຮັບ. ພາບ: ຫວູຮວ່າງ

ສະຫາຍ ບຸ່ຍທິມິງຮ່ວາຍ ເນັ້ນໜັກເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, “ທັງເປັນສະຫາຍ ທັງເປັນອ້າຍນ້ອງ” ລະຫວ່າງຫວຽດນາມ ກັບຈີນ ໂດຍປະທານໂຮ່ຈີມິນ ແລະ ປະທານເໝົາເຈີ້ຕຸງ ເປັນຜູ້ກໍ່ຕັ້ງ, ໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ, ສືບຕໍ່ໄດ້ຮັບການສືບທອດ ແລະພັດທະນາໂດຍຄົນລຸ້ນຫຼັງ; ຢືນຢັນວ່າ, ການພົບປະແລກປ່ຽນປະຊາຊົນຍາມໃດກໍ່ໄດ້ຮັບການຖືເປັນສໍາຄັນຈາກການນຳພັກ ແລະລັດສອງປະເທດ; ຕີລາຄາສູງເວທີປາໄສປະຊາຊົນຫວຽດນາມ - ຈີນ ຄັ້ງທີ 13 ໄດ້ຈັດຂຶ້ນກົງກັບໂອກາດປີພົບປະແລກປ່ຽນມະນຸດສະທຳ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ; ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ກັບສະມາຄົມມິດຕະພາບການທູດປະຊາຊົນຈີນ, ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງອົງການຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ສະຫາຍ ບຸ່ຍທິມິງຮ່ວາຍ ກັບບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຫວູຮວ່າງ

ຕາງໜ້າບັນດາຜູ້ແທນ, ສະຫາຍ Sun Xueqing, ຮອງຫົວໜ້າສະມາຄົມມິດຕະພາບການທູດປະຊາຊົນຈີນ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອມາຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປະຊາຊົນ ຫວຽດນາມ-ຈີນ ຄັ້ງທີ 13 ກົງກັບໂອກາດປີພົບປະແລກປ່ຽນມະນຸດສະທຳ, ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ; ເນັ້ນໜັກວ່າ ຈີນ ແລະຫວຽດນາມ ມີນໍ້າໃຈມິດຕະພາບອັນເລິກເຊິ່ງ, "ທັງເປັນສະຫາຍ ທັງເປັນອ້າຍນ້ອງ" ແລະການພົບປະແລກປ່ຽນປະຊາຊົນ ໄດ້ຮັບການຕີລາຄາສູງຈາກການນຳຂອງສອງປະເທດ. ເນື່ອງໃນໂອກາດນີ້, ສະຫາຍ Sun Xueqing ໄດ້ສະແດງຄວາມຂອບໃຈການສົມທົບຢ່າງແໜ້ນແຟ້ນຂອງ VUFO ໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ ສະມາຄົມມິດຕະພາບການທູດປະຊາຊົນຈີນ ຈະສືບຕໍ່ສົມທົບກັບ VUFO ຢ່າງບໍ່ຢຸດຢັ້ງເພື່ອເສີມຂະຫຍາຍການພົວພັນຮ່ວມມື, ປະກອບສ່ວນກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ ພັດນະນາຢ່າງຕັ້ງໜ້າ ແລະຮອບດ້ານ.

ໂດຍ: ທູຈາງ