ທ່ານປະທານປະເທດ ເລືອງເກື່ອງ ຕ້ອນຮັບຜູ້ວ່າການແຂວງ Kaluga ສະຫະພັນລັດເຊຍ
ກປ.ອອນໄລ - ວັນທີ 25 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vladislav Valerievich Shapsha, ຜູ້ວ່າການແຂວງ Kaluga, ສະຫະພັນລັດເຊຍ, ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ທ່ານ ເລືອງເກື່ອງ ຢືນຢັນວ່າ: ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈຳອາລົມຈິດ ແລະການສະໜັບສະໜູນ, ຊ່ວຍເຫຼືອ ເຊິ່ງ ປະຊາຊົນໂຊວຽດ ໃນເມື່ອກ່ອນ ແລະ ສະຫະພັນລັດເຊຍ ໃນປະຈຸບັນ ໄດ້ສະຫງວນໃຫ້ຫວຽດນາມ ໃນການຕໍ່ສູ້ປົດປ່ອຍຊາດ ແລະສ້າງສາປະເທດຊາດຄືນໃໝ່ໃນເມື່ອກ່ອນ ກໍຄືໃນການສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ. ໃນສະພາບການໂລກທີ່ມີການຜັນແປຢ່າງວ່ອງໄວ ແລະສັບສົນ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນມິດຕະພາບອັນດີງາມ, ສັດຊື່ບໍ່ລິສຸດ, ຜ່ານການທົດສອບເວລາຢ່າງບໍ່ຢຸດຢັ້ງ ກໍ່ຄືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ຕ້ອນຮັບທ່ານ Vladislav Valerievich Shapsha ຜູ້ວ່າການແຂວງ Kaluga. ພາບ: ນາມນາມ |
ທ່ານ ເລືອງເກື່ອງ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງການນຳແຂວງ Kaluga ໃນການເຊື່ອມຕໍ່ວິສາຫະກິດ, ດຶງດູດການລົງທຶນ, ສົ່ງເສີມການຄ້າ, ການພົບປະແລກປ່ຽນວັດທະນະທຳ ແລະການທ່ອງທ່ຽວ, ການຮ່ວມມືດ້ານວິທະຍາສາດ ແລະເຕັກໂນໂລຊີ, ການສຶກສາ ແລະບຳລຸງສ້າງ, ກະສິກຳເຕັກໂນໂລຊີສູງກັບຫວຽດນາມ ແລະກັບບັນດາທ້ອງຖິ່ນຂອງຫວຽດນາມ. ຫວັງວ່າທັງສອງຝ່າຍຈະຂຸດຄົ້ນການຮ່ວມມື, ເສີມຂະຫຍາຍທ່າແຮງ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນ;...
ສອງຝ່າຍເນັ້ນໜັກວ່າການຮ່ວມມືລະຫວ່າງບັນດາທ້ອງຖິ່ນແມ່ນມີຄວາມສຳຄັນຍິ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຕ້ອງທະວີຄຸນຮູບແບບການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດ ເລືອງເກື່ອງ ຊົມເຊີຍບັນດາຂໍ້ລິເລີ່ມຂອງທ່ານ Vladislav Valerievich Shapsha; ຫວັງວ່າແຂວງ Kaluga ຈະສົມທົບຢ່າງຕັ້ງໜ້າກັບບັນດາທ້ອງຖິ່ນຂອງຫວຽດນາມ ເພື່ອຊອກຫາມາດຕະການເພີ່ມເຕີມ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສົນໃຈຮ່ວມກັນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາ ຢູ່ພາກພື້ນ ກໍ່ຄືໃນໂລກ.
ທ່ານ Vladislav Valerievich Shapsha ຢືນຢັນວ່າແຂວງ Kaluga ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ ເພື່ອປະກອບສ່ວນເຂົ້າໃນສາຍພົວພັນລວມລະຫວ່າງສອງປະເທດ;... ທ່ານ Vladislav Valerievich Shapsha ກໍ່ໄດ້ແບ່ງປັນຄວາມເສຍຫາຍ ແລະການສູນເສຍທີ່ປະຊາຊົນບັນດາແຂວງພາກກາງຂອງຫວຽດນາມ ພວມໄດ້ຮັບ, ສົ່ງຄຳຢື້ຢາມຖາມຂ່າວມາຍັງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແລະຫວັງວ່າຫວຽດນາມ ຈະຜ່ານຜ່າຜົນສະທ້ອນຈາກໄພພິບັດທາງທຳມະຊາດໂດຍໄວ; ພ້ອມທັງ, ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຫວຽດນາມ ແລະທ່ານປະທານປະເທດ ເລືອງເກື່ອງ ທີ່ໄດ້ຕົກລົງມອບຫຼຽນໄຊມິດຕະພາບໃຫ້ແກ່ຜູ້ວ່າການແຂວງ, ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບການນຳ ແລະປະຊາຊົນສອງປະເທດ ແລະທ້ອງຖິ່ນຕ່າງໆ ເພື່ອເພີ່ມພູນຄູນສ້າງສາຍພົວພັນສອງຝ່າຍໃຫ້ນັບມື້ນັບແໜ້ນແຟ້ນກວ່າ.
ໂດຍ: ໄຊນີດາ