leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ກ່າວສູນທອນພົດທີ່ພິທີ, ຫວນຄືນບັນດາຂີດໝາຍປະຫວັດສາດອັນສຳຄັນຂອງການປະຕິວັດລາວ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ  ຊີ້ແຈ້ງວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ໄດ້ສາມັກຄີ, ຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ, ພິລະອາດຫານ ແລະຍາດໄດ້ໄຊຊະນະອັນສະຫງ່າລາສີ. ວັນທີ 12 ຕຸລາ 1945, ລັດຖະບານລາວ ອິດສະຫຼະ ໄດ້ຮັບການສ້າງຕັ້ງຂຶ້ນ ແລະໃນວັນທີ 2 ທັນວາ 1975, ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການກຳເນີດເກີດຂຶ້ນ. ນີ້ແມ່ນເຫດການອັນຍິ່ງໃຫຍ່, ເປີດສັງກາດເອກະລາດ, ເສລີພາບຂອງຊາດລາວ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: qdnd.vn

ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວ ໄດ້ຫັນປ່ຽນຢ່າງແຂງແຮງ, ສາມັກຄີ, ອົງອາດກ້າແກ່ນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະພົ້ນເດັ່ນໃນທຸກຂົງເຂດ; ການເມືອງ-ສັງຄົມເປັນປົກກະຕິ; ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຮັກສາ; ແລະຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ຕາງໜ້າການນໍາພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ເລືອງເກື່ອງ ໄດ້ສະແດງຄວາມຊົມເຊີຍ ແລະແບ່ງປັນຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນສໍາຄັນ, ມີຄວາມໝາຍທີ່ພັກ, ລັດ ແລະປະຊາຊົນລາວ ບັນລຸໄດ້ໃນໄລຍະທາງພັດທະນາ 50 ປີຜ່ານມາ.

ເນື່ອງໃນໂອກາດອັນພິເສດນີ້, ສະແດງຄວາມຮູ້ບຸນຄຸນປະທານ ໄກສອນ ພົມວິຫານ - ຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ເພື່ອນມິດທີ່ສະໜິດສະໜົມຂອງພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ ຊີວິດຂອງປະທານ ໄກສອນ ພົມວິຫານ ແມ່ນສັນຍາລັກອັນສະຫວ່າງສະໄຫວແຫ່ງນໍ້າໃຈຮັກຊາດ, ສະຕິປັນຍາຍຸດທະສາດ, ການເສຍສະຫຼະເພື່ອປະຊາຊົນ. ເຖິງວ່າ ເພິ່ນ ໄດ້ຈາກໄປແລ້ວກໍ່ຕາມ, ແຕ່ແນວຄິດ, ວິໄສທັດ, ແນວທາງທີ່ຖືກຕ້ອງຂອງປະທານ ໄກສອນ ພົມວິຫານ ຍັງຄົງຈະເປັນມໍລະດົກອັນລ້ຳຄ່າ, ເຂັມຊີ້ທິດໃຫ້ແກ່ພາລະກິດສ້າງສາ ແລະພັດທະນາປະເທດລາວ ໃນໄລຍະໃໝ່.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ພາບ: qdnd.vn

ເນື່ອງໃນໂອກາດອັນສົມກຽດນີ້, ຕາງໜ້າການນຳພັກ, ລັດ ແລະປະຊາຊົນຫວຽດນາມ, ອີກເທື່ອໜຶ່ງ ທ່ານປະທານປະເທດ ອວຍພອນໃຫ້ປະຊາຊົນລາວບັນດາເຜ່ົາອ້າຍນ້ອງ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະຖືກຕ້ອງຂອງພັກປະຊາຊົນປະຕິວັດລາວ, ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເປັນຜູ້ນໍາໜ້າ ຈະສືບຕໍ່ຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ; ປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ຢ່າງມີໄຊ, ມຸ່ງໄປເຖິງການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII  ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະສົບຜົນສຳເລັດ; ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

leftcenterrightdel
ທ່ານນາງ  ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານນາງ  ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ຂອບໃຈຢ່າງຈິງໃຈຕໍ່ອາລົມຈິດຄວາມຮັກແພງ ເຊິ່ງການນຳພັກ, ລັດ ແລະປະຊາຊົນຫວຽດນາມ ສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ, ກໍຄື ປະທານ ໄກສອນ ພົມວິຫານ ແລະສາຍພົວພັນແບບພິເສດ ລາວ-ຫວຽດນາມ.

ຊົມເຊີຍຕໍ່ຜົນງານອັນພົ່ນເດັ່ນຂອງຫວຽດນາມ ພາຍຫຼັງເກືອບ 40 ປີແຫ່ງການປ່ຽນແປງໃໝ່, ທ່ານນາງ ຄຳເພົາ ເອີນທະວັນ ໃຫ້ຄຳໝັ້ນສັນຍາວ່າ ລາວ ຈະສືບຕໍ່ພ້ອມກັບຫວຽດນາມ ເພື່ອຮັກສາ ແລະເສີມຂະຫຍາຍສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: qdnd.vn

ກ່ອນໜ້ານັ້ນ, ທ່ານປະທານປະເທດ ເລືອງເກື່ອງ ພ້ອມດ້ວຍບັນດາຜູ້ແທນໄດ້ໄປຢ້ຽມຊົມງານວາງສະແດງຮູບພາບກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍສະຖານທູດລາວ ປະຈຳ ຫວຽດນາມ ກັບກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ສົມທົບກັນຈັດຕັ້ງ.

ໂດຍ: ທູຈາງ