leftcenterrightdel
ທ່ານ ເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານ Winston Peters ລັດຖະມົນຕີການຕ່າງປະເທດນິວຊີແລນ. ພາບ: baoquocte.vn

ວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Winston Peters ລັດຖະມົນຕີກະຊວງການຕ່າງປະເທດນິວຊີແລນ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ-ນິວຊີແລນ ຄັ້ງທີ 3 (FMM-3).

ທີ່ກອງປະຊຸມ, ລັດຖະມົນຕີສອງທ່ານ ໄດ້ລົງນາມໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025-2030, ເຫັນດີຕ້ອງສືບຕໍ່ຮັກສາທ່າພັດທະນາການພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກສອງຝ່າຍ ແລະສົມທົບກັນຜັນຂະຫຍາຍໂຄງການດໍາເນີນງານທີ່ຫາກໍ່ລົງນາມໃຫ້ເປັນຢ່າງດີ. ສອງຝ່າຍກໍ່ເນັ້ນໜັກເຖິງລັກສະນະເພີ່ມເຕີມໃຫ້ແກ່ກັນຂອງສອງພື້ນຖານເສດຖະກິດ, ຢືນຢັນການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 3 ຕື້ໂດລາສະຫະລັດ ໃນປີ 2026.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດນິວຊີແລນ ກໍ່ໄດ້ສົ່ງຈົດໝາຍທາງການແຈ້ງກ່ຽວກັບບ້ວງເງິນອຸປະຖຳທີ່ມີມູນຄ່າກວ່າ 1,7 ລ້ານໂດລາສະຫະລັດຂອງລັດຖະບານນິວຊີແລນ ໃຫ້ແກ່ຫວຽດນາມ ເພື່ອແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ