ພິທີປິດການຊ້ອມຮົບ VINBAX 2025 ໄດ້ຈັດຂຶ້ນທີ່ສູນຝຶກຊ້ອມການທະຫານແຫ່ງຊາດ ເລກ 4 ໃນຕອນບ່າຍວັນທີ 27 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານພົນໂທ ຟຸ່ງສີເຕີນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ການຊ້ອມຮົບ VINBAX 2025 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 11 - 27 ພະຈິກ, ພາຍໃຕ້ຫົວຂໍ້ "ກອງຊ່າງແສງສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ”. ຈຸດປະສົງຂອງການຊ້ອມຮົບແມ່ນເພື່ອຍົກສູງກຳລັງຄວາມສາມາດດ້ານວິຊາສະເພາະ, ຄວາມສາມາດປະສານສົມທົບ  ແລະຈັດຕັ້ງການຊ້ອມຮົບຢູ່ພື້ນທີ່ຕົວຈິງຂອງກໍາລັງຊ່າງແສງ, ເສນາຮັກ ແລະກູ້ຊີບ, ກູ້ໄພ ເພື່ອກະກຽມຜັນຂະຫຍາຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ທີ່ພິທີປິດ, ທ່ານພົນໂທ ຟຸ່ງສີເຕີນ ຢືນຢັນວ່າ ການຊ້ອມຮົບ VINBAX 2025 ປະສົບຜົນສໍາເລັດຢ່າງຈົບງາມ, ບັນລຸໄດ້ໝາກຜົນທີ່ສຳຄັນ ແລະແທດຈິງ. ບັນດາກຳລັງຝຶກຊ້ອມຂອງສອງປະເທດໄດ້ເຂົ້າຮ່ວມລາຍການຊ້ອມຮົບຖືກຕ້ອງຕາມແຜນການ, ຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກຢ່າງເຂັ້້ມງວດ, ຕັ້ງໜ້າ ແລະຄົບຖ້ວນດ້ວຍຄຸນນະພາບດ້ານວິຊາສະເພາະທີ່ດີ, ວຽກງານຈັດຕັ້ງການຝຶກຊ້ອມ ແລະປະຕິບັດຢ່າງເປັນມືອາຊີບ, ມີແບບມີແຜນ, ປອດໄພຢ່າງເດັດຂາດ.

leftcenterrightdel
ທ່ານພົນໂທ ຟຸ່ງສີເຕີນ ຍ້ອງຍໍຊົມເຊີຍບັນດາກໍາລັງເຂົ້າຮ່ວມການຊ້ອມຮົບ. ພາບ: qdnd.vn

ຕາມທ່ານພົນໂທ ຟຸ່ງສີເຕີນ ແລ້ວ, VINBAX ແມ່ນການຝຶກຊ້ອມສອງຝ່າຍຂອງກອງທັບຫວຽດນາມ ກັບຄູ່ຮ່ວມມືຕ່າງປະເທດກ່ຽວກັບການຮັກສາສັນຕິພາບຂອງສະຫະປະຊາຊາດ. ໃນຊຸມປີຜ່ານມາ, ເລື່ອງ ຫວຽດນາມ ແລະອິນເດຍ ໄດ້ຜັດປ່ຽນກັນຈັດຕັ້ງການເຄື່ອນໄຫວຊ້ອມຮົບສອງຝ່າຍນີ້ປະສົບຜົນສຳເລັດໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈການເມືອງສູງ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍຢ່າງແທດຈິງ, ມີປະສິດທິຜົນ, ພ້ອມທັງສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງກອງທັບສອງປະເທດໃນຄວາມມານະພະຍາຍາມປະກອບສ່ວນເພື່ອພາລະກໍາຮັກສາສັນຕິພາບ ສປຊ ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ທ່ານພົນໂທ ຟຸ່ງສີເຕີນ ສະແດງຄວາມເຊື່ອໝັ້ນວ່າ ຜົນສຳເລັດຂອງການຊ້ອມຮົບ VINBAX 2025 ຈະສືບຕໍ່ເປັນປະຖົມປັດໄຈໃຫ້ແກ່ການພັດທະນາ ແລະຜົນສຳເລັດຂອງການຝຶກຊ້ອມສອງຝ່າຍຄັ້ງຕໍ່ໄປ, ເປັນພື້ນຖານທີ່ສຳຄັນເພື່ອໃຫ້ກອງທັບສອງປະເທດຍູ້ແຮງການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າລວມ ແລະການຮ່ວມມືກ່ຽວກັບການຮັກສາສັນຕິພາບ ສປຊ ເວົ້າສະເພາະ, ນັບມື້ນັບເຂົ້າສູ່ເນື້ອແທ້, ມີປະສິດທິຜົນ, ແທດຈິງ, ຫຼາຍຮູບຫຼາຍແບບ.

ສ່ວນທ່ານ Tshering W. Sherpa ເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ ກໍ່ສະແດງຄວາມຂອບໃຈຕໍ່ການຈັດຕັ້ງທີ່ຮອບຄອບ ແລະການຕ້ອນຮັບທີ່ອົບອຸ່ນ ເຊິ່ງຝ່າຍຫວຽດນາມ ສະຫງວນໃຫ້ຄະນະອິນເດຍ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ການຝຶກຊ້ອມ VINBAX ມີການພັດທະນາຢ່າງບຸກທະລຸ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ທະຫານສອງປະເທດໄດ້ແລກປ່ຽນບົດຮຽນ, ສໍາເລັດວິວັດການສູ້ຮົບ ແລະສົມທົບກັນໃນບັນດາກໍລະນີຕົວຈິງ. ການຊ້ອມຮົບປີນີ້ ພົ້ນເດັ່ນເປັນພິເສດແມ່ນການນໍາໃຊ້ເຕັກໂນໂລຢີທັນສະໄໝຢ່າງມີປະສິດທິຜົນ, ຊ່ວຍຍົກສູງຄວາມສາມາດຮັບຮູ້ກໍລະນີ, ການປະສານສົມທົບ ແລະຄຸນນະພາບການຝຶກແອບໂດຍລວມ. ທ່ານ Tshering W. Sherpa ໄດ້ຢືນຢັນວ່າ “VINBAX ແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະອິນເດຍ ໃນຂົງເຂດຮັກສາສັນຕິພາບ ສປຊ. ຄວາມກ້າວໜ້າຕ່າງໆ ເຊິ່ງສອງຝ່າຍບັນລຸໄດ້ເປັນການສືບຕໍ່ປັບປຸງຄວາມເຊື່ອໝັ້ນວ່າ ການຮ່ວມມືນີ້ຈະສືບຕໍ່ພັດທະນາຢ່າງແຂງແຮງກວ່າຜ່ານການຊ້ອມຮົບແຕ່ລະຄັ້ງ”.

ຕາມທ່ານພົນຈັດຕະວາ ຟ້າມແມງຖັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ແລ້ວ, ການຊ້ອມຮົບ VINBAX 2025 ເປັນຂີດໝາຍເປີດກວ້າງ, ຍົກລະດັບ ແລະພັດທະນາສູງຂຶ້ນກວ່າເກົ່າດ້ານຂະໜາດຜູ້ເຂົ້າຮ່ວມ, ຂອບເຂດຂອງລາຍການ ແລະລະດັບຄວາມສັບສົນດ້ານວິຊາສະເພາະນັບມື້ເພີ່ມຂຶ້ນເລື້ອຍໆ. ເນື້ອໃນຂອງລາຍການຊ້ອມຮົບ ແລະສະໜາມຈຳລອງໄດ້ສ້າງຂຶ້ນຢ່າງພິຖີພິຖັນ, ຕິດແທດກັບພື້ນທີ່ຕົວຈິງຂອງຄະນະປະຕິບັດງານ. ການຊ້ອມຮົບຢູ່ພື້ນທີ່ຕົວຈິງຂອງກອງຊ່າງແສງ, ເສນາຮັກ ແລະພາກສ່ວນກໍາລັງຕ່າງໆໄດ້ດໍາເນີນໄປຢ່າງມີຊີວິດຊີວາ, ແທດຈິງ.

ສຳລັບກອງກຳລັງທີ່ເຂົ້າຮ່ວມການຝຶກຊ້ອມຄັ້ງນີ້, VINBAX 2025 ແມ່ນໂອກາດທີ່ດີເພື່ອຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຄວາມຮູ້ ແລະທັກສະກ່ອນທີ່ຈະອອກເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ. ຮ້ອຍເອກພິເສດ ໂດວັນວຽນ (ກອງພັນໃຫຍ່ 916, ກອງພົນ 317), ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ) ໃຫ້ຮູ້ວ່າ, ທັກສະສໍາຄັນທີ່ສຸດເຊິ່ງຕົນເອງຮຽນໄດ້ ຢູ່ VINBAX ແມ່ນຮູ້ຈັກການຮັບຟັງ, ເຄົາລົບ ແລະເຮັດວຽກໃນສະພາບແວດລ້ອມນາໆຊາດ.

ໃນຂະນະນັ້ນ, ຮ້ອຍເອກ ນາງ ຫງວຽນທິງອັກເຈິມ, ນັກຝຶກອົບຮົມຂອງກອງທັບຫວຽດນາມ ທີ່ເຂົ້າຮ່ວມ VINBAX 2025 ແບ່ງປັນວ່າ, ການປະຕິບັດແຕ່ລະຄັ້ງໃນຂອບເຂດການຊ້ອມຮົບລ້ວນແຕ່ແມ່ນໂອກາດອັນລໍ້າຄ່າຕໍ່ກັບຜູ້ເຂົ້າຮ່ວມຢ່າງແທ້ຈິງ, ຊ່ວຍໃຫ້ເຂົາເຈົ້າຍົກສູງຈິນຕະນາການແກ້ໄຂກໍລະນີເມື່ອປະຕິບັດໜ້າທີ່, ພິເສດແມ່ນເມື່ອປະເຊີນໜ້າກັບເງື່ອນໄຂທີ່ສັບສົນ, ຫຍຸ້ງຍາກ, ເຮັດວຽກພາຍໃຕ້ຄວາມກົດດັນຫຼາຍ. ຜ່ານການປະຕິບັດການຝຶກຊ້ອມ, ຜູ້ເຂົ້າຮ່ວມເປັນຕົ້ນແມ່ນ ເຈິມ ໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດທີ່ໝັ້້ນຄົງ, ມີຄວາມເຊື່ອໃຈ, ພິເສດແມ່ນການປະກອບຄວາມຮູ້, ຂັ້ນຕອນ, ມາດຕະຖານຂອງ ສປຊ ແລະວິທີແກ້ໄຂກໍລະນີທີ່ເກີດຂຶ້ນໃຫ້ສອດຄ່ອງກັບກົດໝາຍສາກົນ.

ໄປຄຽງຄູ່ກັບເນື້ອໃນດ້ານວິຊາສະເພາະ, VINBAX 2025 ກໍ່ແມ່ນໂອກາດ ເພື່ອໃຫ້ກໍາລັງກອງທັບສອງປະເທດຊອກຮູ້ປະຫວັດສາດ, ວັດທະນະທໍາຂອງຊາດຫວຽດນາມ ແລະເຂົ້າຮ່ວມການແຂ່ງຂັນກິລາມິດຕະພາບ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະການພົວພັນສາມັກຄີ, ມິດຕະພາບ, ສະໜິດຕິດພັນລະຫວ່າງສະມາຊິກສອງປະເທດ.

ໂດຍ: ໄຊນີດາ