ເຂົ້າຮ່ວມກອງປະຊຸມ, ຝ່າຍຫວຽດນາມ ມີທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະພາບເອີຣົບ, ພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະຜູ້ຕາງໜ້າ EEAS ແລະຜູ້ຕາງໜ້າບັນດາກົມໃຫຍ່ຂອງຄະນະກໍາມະການເອີຣົບ (EC).

ກ່າວເປີດກອງປະຊຸມ, ທ່ານນາງ Paola Pampaloni ໄດ້ສະແດງຄວາມເຫັນອົກເຫັນໃຈຕໍ່ຫວຽດນາມ ສຳລັບຄວາມເສຍຫາຍທີ່ເກີດຈາກພາຍຸ ແລະນໍ້າຖ້ວມ. ທ່ານນາງກ່າວວ່າ ອີຢູ ໄດ້ໜູນຊ່ວຍ ຫວຽດນາມ 850.000 ເອີໂຣ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະສືບຕໍ່ຮຽກຮ້ອງໃຫ້ບັນດາປະເທດສະມາຊິກປະກອບສ່ວນ. ບາງປະເທດ ເຊັ່ນ: ລຸກຊຳບວກ, ເຢຍລະມັນ ແລະສາທາລະນະລັດເຊັກ ໄດ້ຕອບສະໜອງແລ້ວ; ຂົນສົ່ງເຄື່ອງຊ່ວຍເຫຼືອທຳອິດຈາກ ລຸກຊຳບວກ ໄດ້ມາຮອດຫວຽດນາມ ແລ້ວ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະທ່ານນາງ Paola Pampaloni, ຮັກສາການຫົວໜ້າກົມໃຫຍ່ອາຊີ-ປາຊີຟິກ ຂອງ EEAS ເປັນປະທານຮ່ວມກອງປະຊຸມຄັ້ງທີ 6 ຂອງຄະນະກຳມະການປະສົມ ຫວຽດນາມ-ອີຢູ. ພາບ: baoquocte.vn

ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທາງດ້ານເສດຖະກິດ-ສັງຄົມ, ນະໂຍບາຍການຕ່າງປະເທດ ແລະທົບທວນຄືນຢ່າງຮອບດ້ານກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ-ອີຢູ ໃນຂອບເຂດທີ່ມີຢູ່ແລ້ວ. ສອງຝ່າຍໄດ້ຕີລາຄາວ່າ ການພົວພັນລະຫວ່າງຫວຽດນາມ-ອີຢູ ສືບຕໍ່ພັດທະນາຢ່າງຕັ້ງໜ້າພາຍຫຼັງ 35 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ;...

ທ່ານນາງ ເລທິທູຮັ່ງ ໄດ້ສະເໜີໃຫ້ ອີຢູ ສະໜັບສະໜູນ ຫວຽດນາມ ໃນການຂຸດຄົ້ນຂໍ້ລິເລີ່ມຕ່າງໆ ຢ່າງມີປະສິດທິຜົນ ຄື: Erasmus+ (ໂຄງການສຶກສາ, ບໍາລຸງສ້າງ, ຊາວໜຸ່ມ ແລະກິລາ), Horizon Europe (ໂຄງການຄົ້ນຄວ້າ ແລະນະວັດຕະກຳໃຫຍ່ທີ່ສຸດຂອງອີຢູ) ແລະ JETP (ຄູ່ຮ່ວມຫັນປ່ຽນພະລັງງານໃຫ້ມີຄວາມຍຸຕິທໍາ). ທ່ານນາງຮອງລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບມາດຕະການທີ່ເຂັ້ມແຂງຂອງຫວຽດນາມ ໃນການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກໍານົດ (IUU), ພ້ອມທັງ,​ ສະເໜີໃຫ້ອີຢູ ແລະບັນດາປະເທດສະມາຊິກພິຈາລະນາຍົກເລີກ “ບັດເຫຼືອງ" ໂດຍໄວ. ສະຫະພາບເອີຣົບ ຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມ ແລະຈະສືບຕໍ່ແລກປ່ຽນກ່ຽວກັບບັນດາບັນຫາເຕັກນິກ.

ສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະຊຸກຍູ້ລັດທິຫຼາຍຝ່າຍ ແລະບົດບາດຂອງສະຫະປະຊາຊາດ; ຢືນຢັນການແກ້ໄຂຂໍ້ຂັດແຍ່ງຢູ່ທະເລໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນອະນຸສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). ສອງຝ່າຍສະໜັບສະໜູນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ.

ໂດຍ: ໄຊນີດາ