ຊຸກຍູ້ການຮ່ວມມືລະຫວ່າງຄະນະວຽກງານການເມືອງພາຍໃນສູນກາງພັກກອມມູນິດຫວຽດນາມ ແລະຄະນະກໍາມະການການເມືອງ ແລະກົດໝາຍສູນກາງພັກກອມມູນິດຈີນ
ກປ.ອອນໄລ - ຕອນບ່າຍວັນທີ 24 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ເລຮົ່ງກວາງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານການພົບປະສອງຝ່າຍກັບຄະນະຜູ້ແທນຄະນະກໍາມະການການເມືອງ ແລະກົດໝາຍສູນກາງພັກກອມມູນິດຈີນ ນໍາໂດຍທ່ານ Wang Yixing, ຮອງເລຂາທິການໃຫຍ່ຄະນະກຳມະການການເມືອງ ແລະກົດໝາຍສູນກາງ.
ທ່ານ ເລຮົ່ງກວາງ ເນັ້ນໜັກວ່າ ຫວຽດນາມ ແລະຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີສາຍພົວພັນທີ່ເປັນມູນເຊື້ອມາແຕ່ດົນນານແລ້ວ, “ທັງເປັນສະຫາຍ ທັງເປັນອ້າຍນ້ອງ”, ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບລະບົບການເມືອງ, ເປົ້າໝາຍພັດທະນາ... ພິເສດໃນປີແລກປ່ຽນມະນຸດສະທຳ ຫວຽດນາມ-ຈີນ ແລະເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ການຮ່ວມມືສອງຝ່າຍສືບຕໍ່ບັນລຸໄດ້ໝາກຜົນທີ່ເລິກເຊິ່ງຫຼາຍຢ່າງໃນຫຼາຍຂົງເຂດ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ, ທ່ານ ເລຮົ່ງກວາງ ໄດ້ສະເໜີໃຫ້ສອງອົງການສືບຕໍ່ປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໂດຍຈຸດສຸມ ລວມມີ: ຮັກສາການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນຢ່າງເປັນປະຈໍາເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະແບ່ງປັນບົດຮຽນພຶດຕິກໍາຕົວຈິງ; ຝ່າຍຈີນ ໜູນຊ່ວຍບໍາລຸງສ້າງພະນັກງານວິຊາການກ່ຽວກັບວຽກງານການເມືອງພາຍໃນ, ກົດໝາຍ, ຕ້ານ ແລະສະກັດກັ້ນການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະການປະຕິຮູບຍຸຕິທຳໃຫ້ຫວຽດນາມ ຢູ່ໃນບັນດາຮູບການທີ່ສອດຄ່ອງ;...
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Wang Yixing ຢືນຢັນວ່າ, ຈີນ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບຫວຽດນາມ ເວົ້າລວມ ແລະຄະນະວຽກງານການເມືອງພາຍໃນສູນກາງ ເວົ້າສະເພາະ; ພ້ອມທັງເຊື່ອໝັ້ນວ່າ ການສົມທົບກັນລະຫວ່າງສອງອົງການຈະນັບມື້ນັບມີປະສິດທິຜົນ, ມີເນື້ອແທ້, ເຂົ້າສູ່ລວງເລິກ, ປະກອບສ່ວນແທດຈິງເຂົ້າໃນການປັບປຸງການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດທີ່ມີຄວາມໝາຍຍຸດທະສາດລະຫວ່າງຫວຽດນາມ-ຈີນ.
ໂດຍ: ໄຊນີດາ