ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເລີ່ມຕົ້ນການຢ້ຽມຢາມລັດກູເວດ ຢ່າງເປັນທາງການ
ກປ.ອອນໄລ - ໃນເວລາ 13 ໂມງ 30 ນາທີ ຂອງວັນທີ 16 ພະຈິກ (ຕາມເວລາທ້ອງຖິ່ນ, ກົງກັບເວລາ 17 ໂມງ 30 ນາທີ ຕາມເວລາຫວຽດນາມ), ເຮືອບິນໂດຍສານ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນສາກົນກູເວດ, ເລີ່ມຕົ້ນການຢ້ຽມຢາມລັດກູເວດ ຢ່າງເປັນທາງການ ແຕ່ວັນທີ 16 - 18 ພະຈິກ ຕາມຄໍາເຊີນຂອງທ່ານ Sheikh Ahmad Abdullah Al-Ahmad Al Sabah ນາຍົກລັດຖະມົນຕີ ແຫ່ງລັດກູເວດ.
    |
 |
|
ພິທີຕ້ອນຮັບ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ແລະພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ກູເວດ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ. |
ຕອນຄ່ຳວັນດຽວກັນ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະໂອ້ລົມກັບພະນັກງານ, ລັດຖະກອນບັນດາອົງການຕາງໜ້າຫວຽດນາມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ກູເວດ.
ກ່າວຄຳເຫັນທີ່ການພົບປະໂອ້ລົມ, ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະກັບພໍ່ແມ່ປະຊາຊົນ, ດ້ວຍອາລົມຈິດອັນອົບອຸ່ນ, ທ່ານນາຍົກລັດຖະມົນຕີ ໄດ້ຕາງໜ້າການນຳພັກ, ລັດ ແລະທ່ານເລຂາທິການໃຫຍ່ ໂຕເລິມ ສົ່ງຄຳອວຍພອນອັນສະໜິດສະໜົມ, ຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະອາລົມຈິດອັນຈິງໃຈຈາກບ້ານເກີດເມືອງນອນ.
    |
 |
|
ບັນຍາກາດທີ່ການພົບປະໂອ້ລົມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ການຢ້ຽມຢາມກູເວດ ໃນຄັ້ງນີ້ມີຄວາມໝາຍສຳຄັນໃນສະພາບການ ຫວຽດນາມ - ກູເວດ ມີການພົວພັນມິດຕະພາບທີ່ດີງາມ ແລະການຮ່ວມມືທີ່ມີປະສິດທິຜົນ. ສອງຝ່າຍຈະປຶກສາຫາລືກ່ຽວກັບການຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ ແລະລົງນາມຂໍ້ຕົກລົງຮ່ວມມືສຳຄັນຫຼາຍສະບັບ.
ທ່ານ ຟ້າມມິງຈີ້ງ ຢືນຢັນວ່າ ບັນດາຜົນງານອັນໃຫຍ່ຫຼວງຂອງປະເທດຊາດ ໃນເມື່ອກ່ອນ ກໍຄືໃນປັດຈຸບັນ ລ້ວນແຕ່ມີການປະກອບສ່ວນ, ເຫັນດີເຫັນພ້ອມ ແລະການສະໜັບສະໜູນຢ່າງຕັ້ງໜ້າຈາກປະຊາຄົມຊາວຫວຽດນາມ ອາໄສໃນທົ່ວ 5 ທະວີບ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ ກູເວດ.
ຕີລາຄາສູງປະຊາຄົມຊາວຫວຽດນາມ ອາໄສຢູ່ ກູເວດ ໄດ້ສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ, ມີຊີວິດທີ່ໝັ້ນຄົງ ແລະເຊື່ອມໂຍງເຂົ້າກັບສັງຄົມປະຈໍາຖິ່ນໄດ້ເປັນຢ່າງດີ, ທ່ານນາຍົກລັດຖະມົນຕີ ຖືວ່າ ພັກ ແລະລັດ ຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມ, ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນ ມີປະຊາຄົມຊາວຫວຽດນາມ ອາໄສຢູ່ກູເວດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້, ເປັນເລືອດເນື້ອ, ເປັນແຫຼ່ງກໍາລັງອັນສຳຄັນຂອງຊາດຫວຽດນາມ. ພັກ ແລະລັດ ໄດ້ມີຫຼາຍນະໂຍບາຍທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອໜູນຊ່ວຍ, ເບິ່ງແຍງດູແລ, ຮັບປະກັນສິດ, ຜົນປະໂຫຍດ ແລະອໍານວຍຄວາມສະດວກດີທີ່ສຸດໃຫ້ແກ່ປະຊາຄົມ.
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ພໍ່ແມ່ປະຊາຊົນສືບຕໍ່ສາມັກຄີ, ກໍ່ສ້າງປະຊາຄົມໃຫ້ພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ມີບົດບາດ ແລະທີ່ຕັ້ງສູງໃນສັງຄົມ; ຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ ແລະພາສາຫວຽດນາມ; ພະຍາຍາມຮໍ່າຮຽນ, ເຮັດວຽກດີ, ຍາດແຍ່ງການຮໍ່າຮຽນເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ບັນດາສະມາຄົມສືບຕໍ່ເສີມຂະຫຍາຍບົດບາດເຊື່ອມຕໍ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະສ້າງເຄືອຂ່າຍວິສາຫະກິດຫວຽດນາມ ຢູ່ປະເທດປະຈໍາຖິ່ນ.
ໂດຍ: ໄຊຊະນະ