“ວາງວຽກງານປ້ອງກັນ, ຕ້ານພາຍຸ Kalmaegi (ລູກທີ 13) ໃນສະພາບ “ຮີບດ່ວນກວ່າ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີຫວຽດນາມ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນຕົວພົນລະເມືອງແຫ່ງຊາດ ທີ່ກອງປະຊຸມທາງໄກ ກ່ຽວກັບວຽກງານຮັບມືກັບພາຍຸ Kalmaegi, ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ, ຢູ່ສຳນັກງານນາຍົກລັດຖະມົນຕີ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vovworld.vn

ທີ່ກອງປະຊຸມ, ການນຳບັນດາທ້ອງຖິ່ນ, ຄື: ດ່ານັ້ງ, ກວາງງ້າຍ, ເຫ້ວ, ກວາງຈີ້ ໄດ້ລາຍງານວຽກງານກະກຽມການຮັບມືກັບພາຍຸ, ຍົກຍ້າຍປະຊາຊົນໃຫ້ອອກຈາກເຂດອັນຕະລາຍ.

ສິ້ນສຸດກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ ບັນດາທ້ອງຖິ່ນຕ້ອງເຮັດວຽກກັບກອງທັບໃນທັນທີ ເພື່ອຢັ້ງຢືນກຳລັງ, ຈຳນວນ, ພາຫະນະເພື່ອຮັບມື.

“ວຽກງານຍົກຍ້າຍປະຊາຊົນໃຫ້ອອກຈາກເຂດອັນຕະລາຍຕ້ອງປະຕິບັດສຳເລັດກ່ອນເວລາ 19 ໂມງຂອງວັນທີ 6 ພະຈິກ ຢູ່ເຂດແຄມທະເລທີ່ນ້ຳທະເລຂຶ້ນສູງ ແລະ ບັນດາເຂດພູສູງ, ເຂດຖືກຕັດແຍກ, ເຊາະເຈືອນ. ປະຈຸບັນ, ຕ້ອງຍົກຍ້າຍປະຊາຊົນຢູ່ 2 ເຂດແມ່ນເຂດນ້ຳທະເລຂຶ້ນສູງ ແລະເຂດນ້ຳແຄມທະເລຖືກຜົນສະທ້ອນໂດຍກົງຂອງພາຍຸ, ເຂດທີ່ກ່ຽວຂ້ອງຕະຫຼອດຮອດເຂດພູສູງຖືກຕັດແຍກ”.

ໂດຍ: ກວຽດເຕິມ