ສະມັດຊາໃຫຍ່ UNESCO ຮັບຮອງເອົາຮ່າງມະຕິທີ່ຫວຽດນາມ ສະເໜີ
ກປ.ອອນໄລ - ອີງຕາມຄໍາສະເໜີຂອງຄະນະບໍລິຫານງານຂອງອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສປຊ (UNESCO), ໃນວັນທີ 8 ພະຈິກ, ທີ່ກອງປະຊຸມ ຄັ້ງທີ 43 ຂອງສະມັດຊາໃຫຍ່ UNESCO ຢູ່ນະຄອນ Samarkand (ສ. ອຸສເບກິສະຖານ), ບັນດາປະເທດໄດ້ຕົກລົງຮັບຮອງເອົາຮ່າງມະຕິທີ່ຫວຽດນາມ ສະເໜີ ພ້ອມດ້ວຍບັນດາປະເທດສະເໜີຮ່ວມ ແລະການສະໜັບສະໜູນຈາກ 71 ປະເທດ.
ເນື້ອໃນທີ່ຕົ້ນຕໍຂອງມະຕິສະເໜີໃຫ້ສະມັດຊາໃຫຍ່ ສປຊ ພິຈາລະນາປຸກລະດົມ "ທົດສະວັດສາກົນແຫ່ງວັດທະນະທຳເພື່ອການພັດທະນາແບບຍືນຍົງ" ໄວເທົ່າທີ່ຈະໄວໄດ້, ໃຫ້ບຸລິມະສິດໃນໄລຍະ 2027-2036.
    |
 |
|
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງສະມັດຊາໃຫຍ່ UNESCO. ພາບ: ສໍານັກຂ່າວສານຫວຽດນາມ |
ໃນການແນະນໍາຮ່າງມະຕິ, ທ່ານນາງ ຫງວຽນທິເວິນແອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ UNESCO ໄດ້ເນັ້ນໜັກວ່າ ເປົ້າໝາຍຂອງຂໍ້ລິເລີ່ມນີ້ແມ່ນເພື່ອເສີມຂະຫຍາຍບົດບາດສຳຄັນທີ່ສຸດຂອງວັດທະນະທຳກວ່າອີກ ເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງໃນແຕ່ລະປະເທດ ກໍ່ຄືໃນທົ່ວໂລກ, ພ້ອມທັງຮັບມືກັບສິ່ງທ້າທາຍທີ່ສັບສົນຂອງຍຸກສະໄໝຜ່ານບັນດາການເຄື່ອນໄຫວທີ່ລະອຽດ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ເພິ່ມທະວີເຈດຈຳນົງທາງການເມືອງ, ລະດົມແຫຼ່ງກໍາລັງ, ເພີ່ມການລົງທຶນໃນອຸດສາຫະກຳວັດທະນະທຳ ແລະຫົວຄິດປະດິດສ້າງ, ຊຸກຍູ້ການກະທຳໃນທຸກລະດັບເພື່ອຜ່ານນັ້ນປະກອບສ່ວນຮັບປະກັນອະນາຄົດທີ່ປອດໄພ ແລະຈະເລີນຮຸ່ງເຮືອງໃຫ້ແກ່ທຸກຄົນ.
ຖ້າໄດ້ຮັບການອະນຸມັດຈາກ ສປຊ, ນີ້ຈະເປັນຂໍ້ລິເລີ່ມທີ່ມີສັນຍາລັກຂອງຫວຽດນາມ ໃນລະດັບທົ່ວໂລກ ແລະເປັນການປະກອບສ່ວນສໍາຄັນທີ່ມີລັກສະນະຍຸດທະສາດຂອງຫວຽດນາມ ຕໍ່ UNESCO, ປະກອບສ່ວນເຂົ້າໃນການຊຸກຍູ້ເປົ້າໝາຍຂອງ UNESCO ແລະຢືນຢັນບົດບາດນຳໜ້າຂອງ UNESCO ໃນຂົງເຂດວັດທະນະທຳໃນໂລກ.
ໂດຍ: ຈາງຫງວຽນ