ຫວຽດນາມ ຖືເປັນສໍາຄັນການຮ່ວມມືຫຼາຍດ້ານກັບບັນດາປະເທດ GCC
ກປ.ອອນໄລ - ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນ ຄືດັ່ງກ່າວໃນການພົບປະກັບທ່ານ Jasem Mohamed Albudaiw ເລຂາທິການໃຫຍ່ສະພາຮ່ວມມືເຂດອ່າວ (GCC); ທ່ານ D. N. Dhungyel ລັດຖະມົນຕີກະຊວງການຕ່າງປະເທດ ແລະການຄ້າ ບູຖານ; ທ່ານ Ahmed bin Mohammed Al-Sayed ຮອງລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດ ກາຕາ; ທ່ານ Tariq Alhamad ຮອງລັດຖະມົນຕີຮັບຜິດຊອບການພົວພັນສາກົນ, ກະຊວງແຫຼ່ງຊັບພະຍາກອນມະນຸດ ແລະການພັດທະນາສັງຄົມ ຊາອຸດິ ອາຣາເບຍ ໃນຂອບເຂດກອງປະຊຸມສຸດຍອດໂລກກ່ຽວກັບການພັດທະນາສັງຄົມ ຄັ້ງທີ 2 ທີ່ Doha (ກາຕາ) ໃນວັນທີ 5 ພະຈິກ.
ທີ່ບັນດາການພົບປະ, ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະບາງການກໍານົດທິດພັດທະນາຂອງຫວຽດນາມ ໃນໄລຍະທີ່ຈະມາເຖິງ.
ທ່ານນາງ ຫງວຽນມິງຮັ່ງ ໄດ້ຢືນຢັນຄວາມຕັດສິນໃຈຂອງຫວຽດນາມ ທີ່ຈະບັນລຸເປົ້າໝາຍການເຕີບໂຕ GDP 8% ຂຶ້ນໄປ ໃນປີ 2025 ແລະການເຕີບໂຕສອງຕົວເລກໃນປີຕໍ່ໄປ.
ເພື່ອບັນລຸເປົ້າໝາຍນີ້, ຄຽງຂ້າງບັນດາຂົງເຂດການຮ່ວມມື ເຊັ່ນ: ການຄ້າ, ການລົງທຶນ, ຫວຽດນາມ ປາດຖະໜາຢາກຮ່ວມມືກັບຄູ່ຮ່ວມມືໃນຂົງເຂດການຫັນເປັນດີຈີຕອນ, ການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນສີຂຽວ, ມຸ່ງໄປເຖິງການພັດທະນາແບບຍືນຍົງ, ກວມລວມ.
    |
 |
|
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທີ່ການພົບປະກັບທ່ານ Jasem Mohamed Albudaiwi ເລຂາທິການໃຫຍ່ GCC. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ທີ່ການພົບປະກັບທ່ານ Jasem Mohamed Albudaiwi ເລຂາທິການໃຫຍ່ GCC, ທ່ານນາງ ຫງວຽນມິງຮັ່ງ ໄດ້ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນຕໍ່ການພົວພັນຮ່ວມມືຫຼາຍດ້ານກັບບັນດາປະເທດ GCC, ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ຊຸກຍູ້ການເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ - GCC, ຜ່ານນັ້ນຍົກສູງວົງເງິນການຄ້າ, ການລົງທຶນສອງຝ່າຍ, ສອດຄ່ອງກັບວິໄສທັດ, ການກໍານົດທິດພັດທະນາຂອງສອງຝ່າຍ. ເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຫວຽດນາມ ແລະບັນດາປະເທດ GCC ໃຫ້ດີຂຶ້ນ, ທ່ານນາງ ຫງວຽນມິງຮັ່ງ ໄດ້ສະເໜີໃຫ້ສອງຝ່າຍເປີດກວ້າງການຮ່ວມມືໃນຂົງເຂດພະລັງງານ, ອຸດສາຫະກຳ Halal, ການພົບປະແລກປ່ຽນປະຊາຊົນ...
ທ່ານ Jasem Mohamed Albudaiwi ເລຂາທິການໃຫຍ່ GCC ຢືນຢັນສະໜັບສະໜູນການຊຸກຍູ້ການເຈລະຈາ FTA ຫວຽດນາມ - GCC, ພ້ອມທັງເປີດກວ້າງການຮ່ວມມືລະຫວ່າງຫວຽດນາມ ກັບກອງເລຂາ ແລະບັນດາປະເທດ GCC, ໃນນັ້ນມີການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດຫວຽດນາມ ກັບກອງ GCC ໂດຍໄວ.
ໂດຍ: ຈາງຫງວຽນ