ເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນຢູ່ບັນດາຕາແສງເຂດຊາຍແດນ
ກປ.ອອນໄລ - ຕອນເຊົ້າວັນທີ 9 ພະຈິກ, ພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນປະຖົມ ແລະມັດຖະຍົມຕອນຕົ້ນ 72 ແຫ່ງ ທີ່ໄດ້ດໍາເນີນຢູ່ບັນດາຕາແສງເຂດຊາຍແດນ.
ນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະມະນຸດສະທຳຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈ “ທົ່ວປະເທດມຸ່ງໄປເຖິງເຂດຊາຍແດນ, ເພື່ອອະນາຄົດຂອງລູກຫຼານພໍ່ແມ່ປະຊາຊົນບັນດາເຜົ່າ”.
    |
 |
|
ພິທີເລີ່ມລົງມືກໍ່ສ້າງຢູ່ແຂວງ ແທງຮ້ວາ. ພາບ: vov.vn |
ພິທີໄດ້ຖ່າຍທອດສົດ ແລະເຊື່ອມຕໍ່ກັບ 14 ສະຖານທີ່. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງຢູ່ໂຮງຮຽນກິນນອນປະຖົມ ແລະມັດຖະຍົມຕອນຕົ້ນ ຕາແສງ ອຽນເຄືອງ, ແຂວງ ແທງຮ້ວາ.
ໂດຍເນັ້ນໜັ້ກວ່າ ພັກ, ລັດປະເທດເຮົາ ຍາມໃດກໍ່ຖືການສຶກສາ ແລະບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ກົມການເມືອງໄດ້ເຫັນດີເປັນເອກະພາບ ແລະສຸມໃສ່ນຳພາຊີ້ນໍາແຜນນະໂຍບາຍລົງທຶນກໍ່ສ້າງບັນດາໂຮງຮຽນກິນນອນປະຖົມ ແລະມັດຖະຍົມຕອນຕົ້ນ ຢູ່ 248 ຕາແສງຢູ່ເຂດຊາຍແດນ. ນີ້ແມ່ນແຜນນະໂຍບາຍໃຫຍ່, ມີຄວາມໝາຍຍຸດທະສາດ ບໍ່ພຽງແຕ່ແນໃສ່ສ້າງໂຮງຮຽນທີ່ໃຫຍ່ໂຕສວຍງາມ, ທັນສະໄໝເທົ່ານັ້ນ ຫາກຍັງມຸ່ງໄປເຖິງເປົ້າໝາຍອັນສູງສົ່ງກ່ວານັ້ນແມ່ນສ້າງສະຖາທີ່ພູມປັນຍາຢູ່ເຂດຊາຍແດນຂອງປະເທດຊາດ ເພື່ອໃຫ້ປະລາຊົນແຕ່ລະຄົນຢູ່ເຂດຊາຍແດນລ້ວນແຕ່ໄດ້ຮ່ຳຮຽນ, ໄດ້ເຂົ້າເຖິງບັນດາການບໍລິການສັງຄົມໂດຍພື້ນຖານ ແລະສ້າງທຸກເງື່ອນໄຂສະດວກເພື່ອຊຸກຍູ້ການພັດທະນາຢ່າງຮອບດ້ານອີກດ້ວຍ.
ໂດຍ: ຈາງຫງວຽນ