ຕອນບ່າຍວັນທີ 4 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ໄດ້ຈັດພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ ເພື່ອແນໃສ່ຮ່ວມມືກັນພັດທະນາແບບຍືນຍົງ, ສະເໝີພາບ ແລະເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວຽກງານຊົນເຜົ່າ.

leftcenterrightdel
ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ. ພາບ: ກະຊວງຊົນເຜົ່າ ແລະສາສະໜາ ຫວຽດນາມ

ຕາມນັ້ນແລ້ວ, 2 ຝ່າຍຈະຮ່ວມມືໃນໄລຍະ 2025 – 2030 ດ້ວຍວິໄສທັດຮອດປີ 2045, ສຸມໃສ່ບັນດາຂົງເຂດຕົ້ນຕໍ, ລວມມີ: ການຮ່ວມມືຜັນຂະຫຍາຍການປະຕິບັດສົນທິສັນຍາສາກົນກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ (CERD), ໜູນຊ່ວຍການຫາເງິນລ້ຽງຊີບ ແລະ ເລີ່ມຕົ້ນທຸລະກິດ; ຍົກສູງຄວາມຮັບຮູ້ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ, ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ການຫັນເປັນດີຈີຕອນ; ເພີ່ມທະວີການເຂົ້າຮ່ວມຂອງຊາວຊົນເຜົ່າສ່ວນໜ້ອຍໃນບັນດາຕຳແໜ່ງການນຳພາກລັດ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຮ່ວມມືໃນວຽກງານໂຄສະນາບັນດາຜົນງານຂອງຫວຽດນາມ ໃນຂົງເຂດວຽກງານຊົນເຜົ່າເຖິງເພື່ອນມິດສາກົນ.

ແຫຼ່ງຄັດຈາກ vovworld.vn