ຫວຽດນາມ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງຄົບຖ້ວນ
ກປ.ອອນໄລ - ວັນທີ 6 ພະຈິກ, ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:
ທັດສະນະຂອງຫວຽດນາມ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU) ແມ່ນມີຄວາມສະເໝີຕົ້ນສະເໝີປາຍ ແລະໄດ້ກ່າວມາຫຼາຍຄັ້ງ. ຫວຽດນາມ ມີແຜນນະໂຍບາຍພັດທະນາເສດຖະກິດທະເລແບບຍືນຍົງ, ຮັກສາການພັດທະນາແບບຍືນຍົງຂະແໜງຂຸດຄົ້ນສິນໃນນໍ້າ ດ້ວຍໂຄງປະກອບກຳປັ່ນ, ອາຊີບທີ່ເໝາະສົມກັບຄວາມສາມາດອະນຸຍາດຂຸດຄົ້ນຊັບພະຍາກອນສິນໃນນ້ຳ; ປະຕິບັດຕາມບັນດາຂໍ້ກໍານົດກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງຄົບຖ້ວນ.
    |
 |
|
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ປະຕິບັດບັນດາຂໍ້ກໍານົດກ່ຽວກັບການຕ້ານການຂຸດຄົ້ນ IUU ຢ່າງຄົບຖ້ວນ. ພາບ: ກະຊວງການຕ່າງປະເທດ. |
ໃນໄລຍະຜ່ານມາ, ຫວຽດນາມ ໄດ້ສ້າງ ແລະປັບປຸງລະບົບກົດໝາຍກ່ຽວກັບສິນໃນນໍ້າຮັບປະກັນປະສິດທິຜົນ, ປະສິດທິພາບ, ພ້ອມທັງຜັນຂະຫຍາຍຫຼາຍມາດຕະການຕ້ານ ແລະສະກັດກັ້ນການເຄື່ອນໄຫວຂຸດຄົ້ນ IUU, ເດັດຂາດແກ້ໄຂການກະທຳທີ່ລະເມີດຢ່າງເຂັ້ມງວດ, ເປີດເຜີຍ ແລະໂປ່ງໃສ.
ຜ່ານມາ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນປະກາດໃຊ້ “ແຜນການກະທໍາເດືອນຈຸດສຸມຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ ແລະພັດທະນາຂະແໜງສິນໃນນໍ້າຫວຽດນາມແບບຍືນຍົງ”. ບັນດາອົງການທີ່ກ່ຽວຂອງ ແລະທ້ອງຖິ່ນຂອງຫວຽດນາມ ໄດ້, ພວມ ແລະຈະຄຸ້ມຄອງ, ໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງເປັນປະຈໍາ ແລະຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອໃຫ້ຊາວປະມົງປະຕິບັດຕາມກົດໝາຍຫວຽດນາມ, ເຄົາລົບບັນດາເຂດທະເລຂອງບັນດາປະເທດທີ່ໄດ້ຢັ້ງຢືນແມ່ນສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະບັນດາສົນທິສັນຍາ/ຂໍ້ຕົກລົງສາກົນທີ່ກ່ຽວຂ້ອງ ເຂິ່ງ ຫວຽດນາມ ລົງນາມ ຫຼື ເປັນພາຄີ.
ໂດຍແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດໃນພາກພື້ນ ແລະປະຊາຄົມສາກົນ ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນການຕ້ານຂຸດຄົ້ນ IUU, ຊຸກຍູ້ການຄຸ້ມຄອງອາຊີບຫາປາຢ່າງມີປະສິດທິຜົນ, ຍືນຍົງ ແລະສອດຄ່ອງກັບຂໍ້ກໍານົດຂອງກົດໝາຍສາກົນ.
ໂດຍ: ໄຊຊະນະ