ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ກຽມພ້ອມກູ້ຊີບ, ກູ້ໄພ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ
ກປ.ອອນໄລ - ຕອນເຊົ້າວັນທີ 6 ພະຈິກ, ທີ່ແຂວງຢາລາຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ, ຮອງຫົວໜ້າຜູ້ປະຈຳການຄະນະຊີ້ນຳການປ້ອງກັນພົນລະເຮືອນແຫ່ງຊາດ ໄດ້ຊີ້ນໍາການປະຊຸມໂດຍກົງຢູ່ກອງບັນຊາການແນວໜ້າກັບບັນດາທ້ອງຖິ່ນທີ່ຖືກຮັບຜົນສະທ້ອນຂອງພາຍຸລູກທີ 13.
    |
 |
|
ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ກ່າວຄໍາເຫັນທີ່ການປະຊຸມ. ພາບ: qdnd.vn |
ທີ່ການປະຊຸມ, ພາຍຸລູກທີ 13 ມີລະດັບຄວາມແຮງຫຼາຍເມື່ອເຂົ້າເຂດກວາງຫງາຍ-ຢາລາຍ; ຄວາມສ່ຽງທີ່ສູງກ່ຽວກັບລົມພັດແຮງ, ຝົນຕົກໜັກ, ນໍ້າທະເລຂຶ້ນສູງ, ເຮັດໃຫ້ນໍ້າຖ້ວມ, ດິນເຊາະເຈື່ອນຕັດແຍກ.
    |
 |
|
ບັນຍາກາດທີ່ການປະຊຸມ. ພາບ: qdnd.vn |
ຕໍ່ໜ້າການຜັນແປທີ່ສັບສົນຂອງພາຍຸ, ແຜນການຮັບມືກັບພາຍຸທີ່ບັນດາທ້ອງຖິ່ນເປີດຫຼາຍທີ່ສຸດ. ໄລ່ມາຮອດຕອນທ່ຽງມື້ນີ້, ໄດ້ມີກວ່າ 61.400 ພາຫະນະຢູ່ທະເລ ໄດ້ຮຽກຮ້ອງ, ແນະນໍາ, ປະຈຸບັນບໍ່ມີເຮືອຫາປາລໍາໃດຢູ່ໃນເຂດອັນຕະລາຍ. 6 ແຂວງ, ນະຄອນຈາກດ່ານັງ ລົງຮອດເລິມດົ່ງ ໄດ້ປະກາດຄໍາສັ່ງຫ້າມອອກທະເລ. ເລື່ອງຍົກຍ້າຍປະຊາຊົນຢູ່ເຂດອັນຕະລາຍ ໂດຍທ້ອງຖິ່ນໄດ້ຜັນຂະຫຍາຍຢ່າງຮີບດ່ວນ, ໃນນັ້ນ ມີແຜນການຍົກຍ້າຍຂອງ 3 ແຂວງກວາງຫງາຍ, ຢາລາຍ, ແຄງຮວ່າ ແມ່ນ 126. 000 ຄອບຄົວ. ສະບຽງອາຫານ, ຢຸກຢາໄດ້ກະກຽມໃຫ້ປະຊາຊົນອົບພະຍົບຫຼົບໄພຢ່າງຄົບຖ້ວນ.
    |
 |
|
ທ່ານ ເຈິ່ນຮ່ົງຮ່າ ກວດກາເຂດມັດເຮືອໄວ້ເພື່ອຫຼີກລ້ຽງພາຍຸຢູ່ເມືອງກຸຍເຍີນ, ແຂວງຢາລາຍ. ພາບ: qdnd.vn |
    |
 |
|
ທ່ານ ເຈິ່ນຮົ່ງຮ່າ ແລກປ່ຽນກັບການນໍາບັນດາກົມກອງກ່ຽວກັບວຽກງານຮັບມືກັບພາຍຸລູກທີ 13. ພາບ: qdnd.vn |
ທີ່ການປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຕ້ອງເພີ່ມທະວີ ແລະແບ່ງກໍາລັງ, ພາຫະນະ, ວັດຖຸອຸປະກອນຢູ່ບັນດາເຂດສໍາຄັນຍິ່ງ, ກຽມພ້ອມວຽກງານກູ້ໄພ, ກູ້ຊີບ, ພິເສດເອົາໃຈໃສ່ເຖິງບັນດາເຂດທີ່ຖືກຕັດແຍກງ່າຍ. ບຸລິມະສິດແຖວໜ້າແມ່ນບັນດາມາດຕະການຮັບປະກັນຄວາມປອດໄພໃຫ້ປະຊາຊົນຕໍ່ພາຍຸແຮງ.
ກ່ອນການປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ພ້ອມກັບການນໍາແຂວງຢາລາຍ ໄດ້ລົງກວດກາເຂດມັດເຮືອໄວ້ທີ່ຕາແສງກຸຍເຍີນ. ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ວຽກງານກະກຽມຮັບມືກັບພາຍຸຢູ່ລະດັບສູງສຸດຂອງປະຊາຊົນ ແລະອໍານາດການປົກຄອງ, ພ້ອມທັງ ຮຽກຮ້ອງຕ້ອງຮັບປະກັນຢ່າງເດັດຂາດບໍ່ໍ່ໃຫ້ມີຄົນຢູ່ໃນເຮືອຫາປາ ແລະບັນດາເຂດລ້ຽງສິນທະເລເມື່ອພາຍຸພັດເຂົ້າ.
ໂດຍ: ໄຊນີດາ