ຫວຽດນາມ-ແຟງລັງ ຍູ້ແຮງການຮ່ວມມືລັດຖະສະພາ
ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມແຟງລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 22 ຕຸລາ, ທີ່ຫໍສະພາແຫ່ງຊາດແຟງລັງ, ນະຄອນຫຼວງ Helsinki, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ພົບປະກັບທ່ານນາງ Paula Risikko ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດແຟງລັງ.
ທີ່ການພົບປະ, ທ່ານນາງ Paula Risikko ຢືນຢັນວ່າ ພາຍຫຼັງກວ່າ 50 ປີທີ່ໄດ້ສ້າງຕ້ັງການພົວພັນທາງການທູດ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າສໍາຄັນທີ່ສຸດຂອງແຟງລັງ ຢູ່ອາຊີຕາເວັນອອກສ່ຽງໃຕ້. ທ່ານນາງ Paula Risikko ເນັ້ນໜັກວ່າ ການຢ້ຽມຢາມໄດ້ເປີດໄລຍະຮ່ວມມືໃໝ່ທີ່ມີຄວາມໝາຍປະຫວັດສາດໃນການພົວພັນສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນການຮ່ວມມືຊ່ອງທາງລັດຖະສະພາ.
ທ່ານ ໂຕເລິມ ຕີລາຄາສູງບົດບາດຂອງສະພາແຫ່ງຊາດແຟງລັງ ໃນລະບົບການເມືອງແຟງລັງ, ກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງ Paula Risikko ແລະບັນດາການນໍາສະພາແຫ່ງຊາດ ແຟງລັງ ໃຫ້ແກ່ການພົວພັນຮ່ວມມືລັດຖະສະພາ ແລະການພົວພັນສອງປະເທດ. ທ່ານເລຂາທິການໃຫຍ່ ຢ້ັງຢືນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບການສະໜັບສະໜູນອັນລໍ້າຄ່າ ເຊິ່ງປະຊາຊົນແຟງລັງ ໄດ້ສະຫງວນໃຫ້ ຫວຽດນາມ ໃນກິດຈະການສ້າງສາປະເທດຊາດ...
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ພົບປະກັບທ່ານນາງ Paula Risikko ຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດແຟງລັງ. ພາບ: ສໍານັກຂ່າວສານຫວຽດນາມ |
ສອງຝ່າຍໄດ້ເນັ້ນໜັກເຖິງບົດບາດສໍາຄັນຂອງລັດຖະສະພາສອງປະເທດໃນການໜູນຊ່ວຍຄວາມມານະພະຍາຍາມເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ-ບໍາລຸງສ້າງ ແລະພົບປະແລກປ່ຽນປະຊາຊົນ; ຊຸກຍູ້ການແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ຜືນແຜ່ນດິນຂອງກັນ.
ທ່ານ ໂຕເລິມ ສະເໜີໃຫ້ສະພາແຫ່ງຊາດແຟງລັງ ມີທັດສະນະໃນການຊຸກຍູ້ 7 ປະເທດທີ່ຍັງເຫຼືອໃນອີຢູ ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນຫວຽດນາມ-ອີຢູ ໂດຍໄວ (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ນັກລົງທຶນອີຢູ ແລະແຟງລັງ ເຂົ້າມາລົງທຶນຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ ຫວັງວ່າ ສະພາແຫ່ງຊາດແຟງລັງ ຈະຕັ້ງໜ້າຮັບຮູ້, ສະໜັບສະໜູນຂະບວນວິວັດການປັບປຸງການປະຕິບັດກົດໝາຍ ແລະສ້າງຄວາມໂປ່ງໃສໃນການຂຸດຄົ້ນສິນໃນນໍ້າຂອງຫວຽດນາມ ຢູ່ເວທີປາໄສລັດຖະສະພາເອີລົບ; ຊຸກຍູ້ໃຫ້ຄະນະກໍາມະການເອີລົບ ຍົກເລີກ “ບັດເຫຼືອງ” IUU ຕໍ່ກັບສິນໃນນໍ້າສົ່ງອອກຂອງຫວຽດນາມ.
ສອງຝ່າຍກໍ່ແລກປ່ຽນກ່ຽວກັບການເພີ່ມທະວີການສົມທົບກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຜ່ານສິ່ງນັ້ນ ສະແດງສຽງເວົ້າລວມ ເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະໃນໂລກ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່ ສະເໜີ ແຟງລັງ ສະໜັບສະໜູນຫຼັກໝັ້ນ, ທັດສະນາຂອງອາຊຽນ ໃນການແກ້ໄຂບັນຫາທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ຫວຽດນາມ-ແຫຼ່ງລະດົມກຳລັງໃຈໃຫ້ກໍາລັງກ້າວໜ້າໃນໂລກ
ຕອນເຊົ້າວັນທີ 22 ຕຸລາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ມີການພົບປະກັບທ່ານນາງ Tiina Sandberg ປະທານພັກກອມມູນິດແຟງລັງ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ໄປຢ້ຽມຢາມແຟງລັງ ຢ່າງເປັນທາງການ; ເນັ້ນໜັກວ່ານີ້ແມ່ນການຢ້ຽມຢາມແຟງລັງ ຂັ້ນສູງສຸດຂອງການນໍາຫວຽດນາມ, ສະແດງໃຫ້ເຫັນການຖືເປັນສໍາຄັນອັນເລິກເຊິ່ງຂອງຫວຽດນາມ ຕໍ່ກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານກັບແຟງລັງ. ໃນການຢ້ຽມຢາມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານນາງ Tiina Sandberg ປະທານພັກກອມມູນິດແຟງລັງ. ພາບ: ສໍານັກຂ່າວສານຫວຽດນາມ |
ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງຫວຽດນາມ, ທ່ານ ໂຕເລິມ ຢ້ັງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາ ແລະເຄົາລົບການສະໜັບສະໜູນ, ການຊ່ວຍເຫຼືອຂອງບັນດາກໍາລັງກ້າວໜ້າສາກົນ, ໃນນັ້ນ ມີກໍາລັງກ້າວໜ້າຂອງແຟງລັງ ທີ່ໄດ້ສະຫງວນໃຫ້ປະຊາຊົນຫວຽດນາມ ໃນກິດຈະການຕໍ່ຍູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດກ່ອນນີ້ ແລະກິດຈະການສ້າງສາປະເທດສັງຄົມນິຍົມໃນວັນນີ້;...
ໃນໄລຍະຈະມາເຖິງ, ທ່ານ ໂຕເລິມ ສະເໜີໃຫ້ສອງພັກ ສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງກວ່າອີກ ຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະແລກປ່ຽນທິດສະດີ; ຮັກສາການຮ່ວມມື ແລະສົມທົບກັນຢູ່ເວທີປາໄສຫຼາຍຝ່າຍພັກການເມືອງ ເຊິ່ງສອງພັກແມ່ນສະມາຊິກ; ເສີມຂະຫຍາຍບົດບາດຂອງແຕ່ລະພັກ ກໍ່ຄືບັນດາສະມາຄົມມິດຕະພາບໃນການແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ ແລະເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດກວ່າອີກ;... ທ່ານນາງ Tiina Sandberg ປະທານພັກກອມມູນິດແຟງລັງ ສະແດງຄວາມຊົມເຊີຍ ແລະເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່; ໂດຍຢັ້ງຢືນວ່າ ເລື່ອງສອງປະເທດເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດແມ່ນຂີດໝາຍສໍາຄັນໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. ທ່ານນາງ Tiina Sandberg ຕີລາຄາສູງບັນດາຜົນງານພັດທະນາດ້ານເສດຖະກິດ-ສັງຄົມອັນໃຫຍ່ຫຼວງ ແລະຮອບດ້ານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະທ່ານ ໂຕເລິມ ເລຂາທິການໃຫຍ່.
ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວສົມທົບກັນຢ່າງຕັ້ງໜ້າຂອງພັກກອມມູນິດແຟງລັງ ແລະສະມາຄົມມິດຕະພາບແຟງລັງ-ຫວຽດນາມ ເພື່ອແນໃສ່ປະກອບສ່ວນໂຄສະນາກ່ຽວກັບປະເທດ, ປະຊາຊົນແຟງລັງ ຢູ່ປະເທດປະຈໍາຖ່ິນ, ກໍ່ຄືຈັດຕັ້ງການເຄື່ອນໄຫວຮັກສາສີສັນວັດທະນະທໍາ ແລະພາສາຫວຽດ ທີ່ສະຫງວນໃຫ້ປະຊາຄົມຊາວຫວຽດນາມ ຢູ່ແຟງລັງ, ທ່ານປະທານພັກກອມມູນິດແຟງລັງ ຢັ້ງຢືນວ່າ ພັກກອມມູນິດ ແຟງລັງ ຍາມໃດກໍ່ສະໜັບສະໜູນເລື່ອງເພີ່ມທະວີການພົວພັນຫວຽດນາມ - ແຟງລັງ ກໍ່ຄືການພົວພັນລະຫວ່າງປະຊາຊົນສອງປະເທດກວ່າອີກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ ພົບປະກັບພະນັກງານສະຖານທູດຫວຽດນາມ ແລະປະຊາຄົມຊາວຫວຽດນາມ ຢູ່ເອີລົບເໜືອ. ພາບ: ສໍານັກຂ່າວສານຫວຽດນາມ |
ຕີລາຄາສູງບັນດາຜົນງານສໍາຄັນຂອງການພົວພັນສອງປະເທດໃນໄລຍະຜ່ານມາ, ການນໍາສອງພັກໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ຫວຽດນາມ ແລະແຟງລັງ ມີຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນຢ່າງເປັນປະຈໍາ.
ໃນຂອບເຂດການຢ້ຽມຢາມ, ວັນທີ 21 ຕຸລາ ທ່ານນາງ ໂງເຝືອງລີ ພັນລະຍາຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມກັບ ທ່ານນາງ Suzanne Innes-Stubb ພັນລະຍາຂອງທ່ານປະທານາທິບໍດີແຟງລັງ ໄດ້ໄປຢ້ຽມຊົມຫໍສະໝຸດ ຢູ່ສູນ Oodi ທີ່ນະຄອນ Helsinki. ເນື່ອງໃນໂອກາດນີ້, ທ່ານນາງ ໂງເຝືອງລີ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຫວຽດນາມ ມອບ “ຕູ້ປຶ້ມພາສາຫວຽດ” ໃຫ້ຫໍສະໝຸດ ຢູ່ສູນ Oodi ເຊິ່ງລວມມີປື້ມກວ່າ 120 ຫົວ. ໃນວັນດຽວກັນ, ທ່ານນາງ ໂງເຝືອງລີ ກໍ່ໄດ້ໄປຢ້ຽມຢາມ, ເຂົ້າຮ່ວມຊົ່ວໂມງສອນພາສາຫວຽດ ຢູ່ໂຮງຮຽນ Vesala, ນະຄອນ Helsinki, ແຟງລັງ.
ໂດຍ: ໄຊນີດາ