    |
 |
ທ່ານປະທານາທິບໍດີ Alexander Stubb ພ້ອມດ້ວຍພັນລະຍາ ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການພົບປະສອງຝ່າຍ, ການນຳສອງທ່ານ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໃນບັນດາຂົງເຂດທີ່ສອງຝ່າຍຄວນຍູ້ແຮງການພັດທະນາໃນໄລຍະຈະມາເຖິງ, ຄື: ເສດຖະກິດໝູນວຽນ, ການຫັນເປັນສີຂຽວ, ການຮ່ວມມືທາງທະເລແບບຍືນຍົງ, ການຫັນເປັນດີຈີຕອນ, ສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...
ສອງຝ່າຍເຫັນດີເປັນເອກະພາບຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ-ສະຫະພາບເອີລົບ (EVFTA) ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງຝ່າຍຍູ້ແຮງການໂຄສະນາ, ຊອກຫາກາລະໂອກາດຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດຜະລິດຕະພັນກະເສດ, ສິນຄ້າບໍລິໂພກ... ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດແຟງລັງ ລົງທຶນເຂົ້າຫວຽດນາມ ແລະພ້ອມແລ້ວທີ່ຈະພ້ອມກັບແຟງລັງ ເປັນຂົວຕໍ່ເຂົ້າເຖິງຕະຫຼາດສະຫະພາບເອີລົບ (ອີຢູ) ກໍ່ຄື ອາຊຽນ, ຜ່ານນັ້ນຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ, ແຟງລັງ-ອາຊຽນ ພັດທະນາຢ່າງແຂງແຮງກວ່າອີກໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີຝ່າຍ ແຟງລັງ ມີທັດສະນະຊຸກຍູ້ບັນດາປະເທດສະມາຊິກອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA) ໂດຍໄວ ກໍ່ຄືຊຸກຍູ້ໃຫ້ຄະນະກຳມະການເອີລົບ (EC) ຍົກເລີກ “ບັດເຫຼືອງ” IUU ໂດຍໄວ ກ່ຽວກັບການຕ້ານການຂຸດຄົ້ນຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມຂໍ້ກຳນົດ (IUU) ສຳລັບສິນໃນນໍ້າຂອງຫວຽດນາມ...
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Alexander Stubb ທີ່ການພົບປະສອງຝ່າຍ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານປະທານາທິບໍດີ Alexander Stubb ຢືນຢັນວ່າ ແຟງລັງ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ ເຊິ່ງແຟງລັງ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ເສດຖະກິດໝູນວຽນ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...
ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ, ໃນນັ້ນມີ ບັນຫາຄວາມໝັ້ນຄົງຂອງພາກພື້ນ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ; ສະໜັບສະໜູນການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ຮຽກຮ້ອງການລະງັບໃຈ ແລະຢຸດຕິການປະທະກັນ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍສະໜັບສະໜູນທັດສະນະລວມຂອງອາຊຽນ ກ່ຽວກັບຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະແຟງລັງ, ຕີລາຄາສູງບັນດາຜົນງານສຳຄັນຂອງການພົວພັນສອງປະເທດ, ຢືນຢັນບັນດາຫຼັກການ, ຍົກອອກກຳນົດທິດໃຫຍ່ເພື່ອຍູ້ແຮງ, ເພີ່ມທະວີການຮ່ວມມື, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ແຟງລັງ ເພື່ອຜົນປະໂຫຍດອັນຍາວນານຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.
* ຕອນທ່ຽງວັນດຽວກັນ (ຕາມເວລາທ້ອງຖິ່ນ), ທີ່ທຳນຽບປະທານາທິບໍດີ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Alexander Stubb ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ-ແຟງລັງ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານາທິບໍດີ Alexander Stubb ພາຍຫຼັງພິທີລົງນາມເອກະສານຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ |
* ຕອນບ່າຍວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີແຟງລັງ Petteri Orpo.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Petteri Orpo ຢືນຢັນວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ ເປັນຂີດໝາຍສຳຄັນຊ່ວຍເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດກວ່າອີກ; ເນັ້ນໜັກເຖິງຄວາມໝາຍສຳຄັນຂອງເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ເປີດແງ່ຫວັງການຮ່ວມມືໃໝ່ທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ, ເປັນຕົ້ນແມ່ນໃນສະພາບການໂລກ ແລະພາກພື້ນມີການຜັນແປຫຼາຍຢ່າງຄືໃນປະຈຸບັນ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ Petteri Orpo. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບແຟງລັງ; ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບແຟງລັງ ເພື່ອຍົກລະດັບການພົວພັນບົນພື້ນຖານບັນດາເສົາຄໍ້າສຳຄັນ, ຄື: ການເມືອງ-ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ ແລະການຫັນປ່ຽນດີຈີຕອນ, ການສຶກສາ-ບໍາລຸງສ້າງ, ສະພາບແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ; ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບແຟງລັງ ເປັນຂົວຕໍ່ ແລະຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ-ອີຢູ ແລະແຟງລັງ-ອາຊຽນ.
ການນຳສອງທ່ານ ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດ, ຈາກການເມືອງເຖິງເສດຖະກິດ-ການຄ້າ-ການລົງທຶນ, ການສຶກສາ-ບໍາລຸງສ້າງ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະໃນຫຼາຍຂົງເຂດອື່ນ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ສອງປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະໃນລະດັບສູງ ແລະທຸກຂັ້ນ ໃນຊ່ອງທາງການຮ່ວມມືແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍ. ກ່ຽວກັບດ້ານເສດຖະກິດ-ການຄ້າ-ການລົງທຶນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ແຟງລັງ ແມ່ນຄູ່ຮ່ວມມືດ້ານການຄ້າທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຢູ່ເອີລົບເໜືອ ແລະສະເໜີ ແຟງລັງ ຮ່ວມມື, ແບ່ງປັນບົດຮຽນກັບຫວຽດນາມ ໃນການກໍ່ສ້າງພື້ນຖານເສດຖະກິດໝູນວຽນ... ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີ ແຟງລັງ ສະໜັບສະໜູນ EC ຍົກເລີກ “ບັດເຫຼືອງ” IUU ໂດຍໄວ ສຳລັບສິນໃນນໍ້າຂອງຫວຽດນາມ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ Petteri Orpo. ພາບ: ສໍານັກຂ່າວສານຫວຽດນາມ |
ເຫັນດີຕໍ່ເນື້ອໃນການຮ່ວມມືໂດຍທ່ານເລຂາທິການໃຫຍ່ ໂຕເລິມ ສະໜີ, ທ່ານນາຍົກລັດຖະມົນຕີ Petteri Orpo ຢືນຢັນວ່າ ດ້ວຍພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດທີ່ຫາກໍ່ໄດ້ສ້າງຕັ້ງ, ລັດຖະບານແຟງລັງ ຈະສືບຕໍ່ສະໜັບສະໜູນຊຸກຍູ້ການພົວພັນສອງຝ່າຍດ້ວຍຈຸດສຸມແມ່ນຍູ້ແຮງເສດຖະກິດ-ການຄ້າ-ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ພະລັງງານທົດແທນ, ການຫັນເປັນດີຈີຕອນ... ແລະສ້າງເງື່ອນໄຂຊຸກຍູ້ບັນດາວິສາຫະກິດແຟງລັງ ເປີດກວ້າງການຮ່ວມມືຢູ່ຫວຽດນາມ.
* ຕອນບ່າຍວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Helsinki, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະກັບວິສາຫະກິດແຟງລັງ. ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເປັນສັກຂີພິຍານພິທີມອບຮັບເອກະສານການຮ່ວມມືລະຫວ່າງສອງປະເທດ.
*ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສໍານັກງານບໍລິສັດ Nokia ຢູ່ແຟງລັງ.
ໂດຍ: ເຈິ່ນຮວ່ຽນ