ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ພັດທະນາໃຫ້ນັບມື້ນັບແຂງແຮງ, ໄວ້ເນື້ອເຊື່ອໃຈ ແລະແທດຈິງ.

ທ່ານ Anutin Charnvirakul ໄດ້ຂອບໃຈທ່ານນາຍົກລັດຖະມົນຕີຫວຽດນາມ ທີ່ໄດ້ສົ່ງຈົດໝາຍ ແລະໂທຫາມາອວຍພອນ ເນື່ອງໃນໂອກາດທ່ານດຳລົງຕຳແໜ່ງໃໝ່; ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດບ້ານໃກ້ເຮືອນຄຽງ ແລະຄູ່ຮ່ວມມືສຳຄັນຂອງໄທ ໃນພາກພື້ນ; ຕີລາຄາສູງບັນດາຜົນງານຂອງຫວຽດນາມ ໃນການພັດທະນາເສດຖະກິດ-ສັງຄົມ; ຢືນຢັນຄວາມພ້ອມທີ່ຈະຮ່ວມມືກັບນາຍົກລັດຖະມົນຕີຫວຽດນາມ ເພື່ອແນໃສ່ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໂອ້ລົມທາງໂທລະສັບກັບທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ. ພາບ: chinhphu.vn

ການນຳສອງທ່ານ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງຫວຽດນາມ ແລະໄທ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນພຶດສະພາ 2025; ຕີລາຄາວ່າ ການຮ່ວມມືລະຫວ່າງສອງປະເທດ ພວມພັດທະນາຢ່າງແຂງແຮງ ແລະມີປະສິດທິຜົນໃນທຸກຂົງເຂດ, ໃນນັ້ນ ໄທ ສືບຕໍ່ຮັກສາທີ່ຕັ້ງເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ແລະແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 2 ຂອງຫວຽດນາມ ໃນອາຊຽນ.

ທ່ານນາຍົກລັດຖະມົນຕີໄທ ໄດ້ເຫັນດີກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ກ່ຽວກັບຄວາມຈຳເປັນຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ສູ້ຊົນນໍາວົງເງິນການຄ້າສອງສົ້ນບັນລຸ 25 ຕື້ໂດລາສະຫະລັດ/ປີ; ເພີ່ມທະວີຄວາມສະໜິດຕິດພັນລະຫວ່າງສອງພື້ນຖານເສດຖະກິດ ໂດຍຜ່ານການຜັນຂະຫຍາຍຍຸດທະສາດ "ສາມເຊື່ອມຕໍ່" ຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີໄທ ຂອບໃຈລັດຖະບານຫວຽດນາມ ທີ່ໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດໄທ ມາລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ; ສະແດງຄວາມປາດຖະໜາຢາກມີຫຼາຍວິສາຫະກິດຫວຽດນາມ ລົງທຶນຢູ່ໄທ ຕື່ມອີກ, ພິເສດແມ່ນບັນດາຂົງເຂດອຸດສາຫະກຳ, ກະສິກຳ ແລະເຕັກໂນໂລຢີ; ຢືນຢັນວ່າ ລັດຖະບານໄທ ຈະສ້າງເງື່ອນໄຂດີທີ່ສຸດໃຫ້ບັນດາວິສາຫະກິດຫວຽດນາມ, ມຸ່ງໄປເຖິງຄວາມດຸ່ນດ່ຽງມູນຄ່າການລົງທຶນລະຫວ່າງສອງປະເທດ.

ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ສະເໜີ ຫວຽດນາມ ແລະໄທ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ພັດທະນາອະນຸພາກພື້ນແມ່ນ້ຳຂອງຢ່າງໝັ້ນຄົງ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄທ ໄດ້ເຊື້ອເຊີນທ່ານນາຍົກລັດຖະມົນຕີ  ຟ້າມມິງຈິ໊ງ ໄປຢ້ຽມຢາມໄທ ແລະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ໃນທ້າຍປີນີ້; ຫວັງວ່າຈະໄດ້ພົບປະ ແລະແລກປ່ຽນໂດຍກົງເນື່ອງໃນໂອກາດທີ່ນາຍົກລັດຖະມົນຕີສອງປະເທດ ເຂົ້າຮ່ວມກອງປະຊຸມຫຼາຍຝ່າຍ ຄື ກອງປະຊຸມສຸດຍອດອາຊຽນ ໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ