ຕາງໜ້າໃຫ້ກະຊວງການຕ່າງປະເທດລາວ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ແລະຊົມເຊີຍທ່ານ ຫວູຫງອກລີ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດຫວຽດນາມ ມອບໜ້າທີ່ໃຫ້ເປັນຫົວໜ້າສະຖານກົງສູນໃຫຍ່ ປະຈຳຫຼວງພະບາງ.

ທ່ານ ອານຸພາບ ວົງໜໍ່ແກ້ວ ໄດ້ເນັ້ນໜັກວ່າ ບັນດາແຂວງພາກເໜືອຂອງລາວ ມີຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດ, ກະສິກຳ-ປ່າໄມ້ ແລະການທ່ອງທ່ຽວ, ພ້ອມທັງຮັກສາການພົວພັນແຮກສ່ຽວ, ການຮ່ວມມືຢ່າງແໜ້ນແຟ້ນກັບຫຼາຍແຂວງ ແລະນະຄອນຂອງຫວຽດນາມ.

leftcenterrightdel
ທ່ານ ຫວູຫງອກລີ (ຊ້າຍ) ຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ລາວ ຍື່ນໜັງສືມອບສິດທາງກົງສູນຕໍ່ກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ອານຸພາບ ວົງໜໍ່ແກ້ວ ຍັງໄດ້ສະແດງຄວາມປາດຖະໜາວ່າ ທ່ານ ຫວູຫງອກລີ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ເອົາໃຈໃສ່ ແລະລົງທຶນຢູ່ພາກເໜືອຂອງລາວ; ຢືນຢັນວ່າ ການເພີ່ມທະວີການຮ່ວມມືລົງທຶນຈະປະກອບສ່ວນນຳເອົາຜົນປະໂຫຍດແທດຈິງມາໃຫ້ທັງສອງປະເທດ, ຊ່ວຍຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ.

ໂດຍຂອບໃຈທ່ານຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ທີ່ໄດ້ສະຫຼະເວລາຕ້ອນຮັບ, ທ່ານ ຫວູຫງອກລີ ສະແດງຄວາມເປັນກຽດ ແລະຄວາມພາກພູມໃຈທີ່ໄດ້ຮັບການມອບໝາຍຈາກພັກ, ລັດ ແລະກະຊວງການຕ່າງປະເທດ ໃຫ້ໄປປະຕິບັດໜ້າທີ່ຢູ່ພາກເໜືອຂອງລາວ ເຊິ່ງ ເປັນໜ້າທີ່ສໍາຄັນ ແລະມີຄວາມໝາຍ.

ໃນອາຍຸການປະຕິບັດງານ, ທ່ານຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ປະຈຳພາກເໜືອລາວ ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເປັນຂົວຕໍ່, ປະກອບສ່ວນຊຸກຍູ້ການຮ່ວມມືທີ່ມີປະສິດທິຜົນລະຫວ່າງທ້ອງຖິ່ນຕ່າງໆໃນພາກເໜືອຂອງລາວ ແລະຫວຽດນາມ, ຜ່ານນັ້ນປະກອບສ່ວນເພີ່ມພູນຄູນສ້າງ ເພື່ອໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ, ລາວ ແລະຫວຽດນາມ ນັບມື້ນັບແໜ້ນແຟ້ນ.

ໂດຍ: ຈາງຫງວຽນ