leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ກ່າວຄໍາເຫັນທີ່ສໍານັກງານໃຫຍ່ ສປຊ ຢູ່ນິວຢອກ (ອາເມລິກາ). ພາບ: THX/ສໍານັກຂ່າວສານຫວຽດນາມ

ວັນທີ 21 ຕຸລາ, ສໍານັກຂ່າວສານ Sputnik ໃຫ້ຮູ້ວ່າ, ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres, ເປັນຂີດໝາຍສໍາຄັນໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ-ສປຊ. ສໍານັກຂ່າວສານ Sputnik ເນັ້ນໜັກວ່າ: “ການຢ້ຽມຢາມໄດ້ດໍາເນີນໄປກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 80 ປີ, ແມ່ນເຫດການທີ່ມີຄວາມໝາຍພິເສດເມື່ອຫວຽດນາມ ປະຈຸບັນເປັນສະມາຊິກທີ່ຕັ້ງໜ້າ, ມີການປະກອບສ່ວນສຳຄັນຫຼາຍຢ່າງ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ”. ຕາມສໍານັກຂ່າວສານ Sputnik ແລ້ວ, ໃນການພົບປະກັບທ່ານປະທານປະເທດ ເລືອງເກື່ອງ ທີ່ສໍານັກງານໃຫຍ່ ສປຊ ຢູ່ນິວຢອກ (ອາເມລິກາ) ໃນເດືອນກັນຍາ ປີນີ້, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຕີລາຄາສູງບົດບາດຂອງຫວຽດນາມ, ໂດຍຖືວ່າ ຫວຽດນາມ ເປັນ “ຄູ່ຮ່ວມມືສຸດຍອດ”, ໄດ້ ແລະພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກຂົງເຂດການເຄື່ອນໄຫວບຸລິມະສິດຂອງ ສປຊ, ພິເສດແມ່ນໃນການຮັກສາສັນຕິພາບ, ການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນພະລັງງານຢ່າງສະເໝີພາບ.

ໂດຍ: ເຈິ່ນຮວ່ຽນ