ນໍາໜ້າຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມເຫດການ, ສະຫາຍ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ ໄດ້ນໍາສະເໜີບົດປະກອບຄໍາເຫັນກ່ຽວກັບ “ສັງກາດພັດທະນາໃໝ່ - ສັງກາດບືນຕົວຂຶ້ນຂອງຊາດຫວຽດນາມ: ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງ”.

ທີ່ກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ທິດສະດີການປະຕິວັດປະເຊີນໜ້າກັບສິ່ງທ້າທາຍ ແລະລັດທິຟາດຊິດໃໝ່”, ສະຫາຍ ຟານຊວນຖຸຍ ເນັ້ນໜັກວ່າ, ເລື່ອງພັກກອມມູນິດຫວຽດນາມ ຖືບັນຫາກ່ຽວກັບສັງກາດພັດທະນາໃໝ່ - ສັງກາດບືນຕົວຂຶ້ນຂອງຊາດໃນຈຸດເວລາປະຈຸບັນແມ່ນເລີ່ມມາຈາກຄວາມຮຽກຮ້ອງຕ້ອງການພາວະວິໄສຂອງປະຫວັດສາດ, ກົດເກນແຫ່ງການກະທໍາຂອງຊາດ ແລະຍຸກສະໄໝ. ຫວຽດນາມ ພວມກ້າວເຂົ້າສູ່ຍຸກແຫ່ງການພັດທະນາຢ່າງຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ເພື່ອແນໃສ່ສ້າງສາປະເທດຫວຽດນາມ ສັງຄົມນິຍົມ ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະມີຄວາມຜາສຸກ.

leftcenterrightdel
ສະຫາຍ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນກາງພັກ  ນໍາສະເໜີບົດປະກອບຄໍາເຫັນທີ່ກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ທິດສະດີການປະຕິວັດປະເຊີນໜ້າກັບສິ່ງທ້າທາຍ ແລະລັດທິຟາດຊິດໃໝ່”. ພາບ: ສໍານັກຂ່າວສານຫວຽດນາມ

ບຸລິມະສິດແຖວໜ້າໃນສັງກາດໃໝ່ແມ່ນປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດຮອດປີ 2030, ນໍາ ຫວຽດນາມ ໃຫ້ກາຍເປັນປະເທດກໍາລັງພັດທະນາ, ມີອຸດສາຫະກຳທັນສະໄໝ ແລະລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດສັງຄົມນິຍົມພັດທະນາ, ມີລາຍຮັບສູງ.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ສະຫາຍ ຟານຊວນຖຸຍ ພ້ອມດ້ວຍຄະນະຜູ້ແທນ ໄດ້ມີການພົບປະກັບສະຫາຍ Roberto Morales Ojeda, ກຳມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດກູບາ; ສະຫາຍ Yuniasky Crespo Baquero, ກໍາມະການສູນກາງພັກ, ຫົວໜ້າຄະນະແນວຄິດພັກກອມມູນິດກູບາ; ສະຫາຍ Gerardo Hernández Nordelo, ຜູ້ປະສານງານແຫ່ງຊາດຂອງຄະນະກຳມະການປົກປ້ອງການປະຕິວັດ, ປະທານກຸ່ມສະມາຊິກລັດຖະສະພາກູບາມິດຕະພາບກັບຫວຽດນາມ; ສະຫາຍ Noemí Rabaza Fernández, ຮອງປະທານຜູ້ທີໜຶ່ງຂອງສະຖາບັນກູບາ ມິດຕະພາບ ກັບບັນດາຊົນຊາດ (ICAP). 

ເນື່ອງໃນໂອກາດນີ້, ສະຫາຍ ຟານຊວນຖຸຍ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ກູບາ; ວາງກະຕາດອກໄມ້ ຢູ່ຕໍ່ໜ້າຮູບປັ້ນປະທານໂຮ່ຈີມິນ ຢູ່ສວນສາທາລະນະທີ່ມີຊື່ຂອງເພິ່ນ ຢູ່ນະຄອນຫຼວງ  La Habana.

ໂດຍ: ທູຈາງ