ທີ່ການຕ້ອນຮັບ, ສອງຝ່າຍສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງການພົວພັນ ຫວຽດນາມ-ຮຸງກາຣີ ໃນທຸກຂົງເຂດ, ເປັນຕົ້ນແມ່ນນັບແຕ່ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2018.

ຕີລາຄາສູງຜົນການພົບປະສອງຝ່າຍລະຫວ່າງປະທານສະພາແຫ່ງຊາດສອງປະເທດ, ທ່ານ ເລືອງເກື່ອງ ຫວັງວ່າ ອົງການນິຕິບັນຍັດສອງປະເທດຈະສືບຕໍ່ສົມທົບກັນສ້າງກອບນິຕິກຳ, ສ້າງຄວາມສະດວກໃຫ້ແກ່ຄວາມມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ, ຕອບສະໜອງຜົນປະໂຫຍດລວມຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Kover Laszlo ປະທານສະພາແຫ່ງຊາດຮຸງກາຣີ. ພາບ: qdnd.vn

ເພື່ອຊຸກຍູ້ການຮ່ວມມື ຫວຽດນາມ-ຮຸງກາຣີ ໃຫ້ສືບຕໍ່ພັດທະນາເຂົ້າສູ່ແທດຈິງ ແລະມີປະສິດທິຜົນກວ່າເກົ່າ, ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະທຸກຊ່ອງທາງທີ່ແຕກຕ່າງກັນເພື່ອປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາ, ບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ ແລະຊຸກຍູ້ການພົບປະແລກປ່ຽນປະຊາຊົນເພື່ອຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ, ເປີດກວ້າງຂົງເຂດຮ່ວມມືໃໝ່ ເຊິ່ງ ສອງຝ່າຍສາມາດເພີ່ມເຕີ່ມ, ໜູນຊ່ວຍໃຫ້ກັນ.

ເຫັນດີກັບຂໍ້ສະເໜີຂອງທ່ານ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດຮຸງກາຣີ ຖືວ່າ, ອົງການນິຕິບັນຍັດສອງປະເທດຈະສົມທົບກັນຜັນຂະຫຍາຍຂໍ້ຕົກລົງຂັ້ນສູງ, ໜູນຊ່ວຍລັດຖະບານສອງປະເທດ ຍູ້ແຮງການຮ່ວມມືສອງຝ່າຍໃນທຸກຂົງເຂດ, ນໍາວົງເງິນການຄ້າສອງຝ່າຍໃຫ້ບັນລຸ 2 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງໂດຍໄວ; ຢືນຢັນວ່າ, ສະພາແຫ່ງຊາດຮຸງກາຣີ ຈະໜູນຊ່ວຍຊຸກຍູ້ບັນດາປະເທດສະມາຊິກ ອີຢູ ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA), ສະໜັບສະໜູນຄະນະກຳມະການເອີລົບ (EC) ລົບລ້າງບັດເຫຼືອງ IUU ສຳລັບສິນໃນນໍ້າສົ່ງອອກຂອງຫວຽດນາມ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ການນຳສອງທ່ານ ໄດ້ຢືນຢັນວ່າ ຫວຽດນາມ ແລະຮຸງກາຣີ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ ແລະໃນຂອບເຂດ ອາຊຽນ-ອີຢູ; ພ້ອມທັງຢືນຢັນການສະໜັບສະໜູນຫຼັກໝັ້ນໃນການແກ້ໄຂການຂັດແຍ້ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ເພື່ອຮັກສາສະຖຽນລະພາບ, ຄວາມໝັ້ນຄົງຢູ່ແຕ່ລະພາກພື້ນ.

* ຕອນບ່າຍວັນທີ 20 ຕຸລາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kover Laszlo ປະທານສະພາແຫ່ງຊາດຮຸງກາຣີ.

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການຢ້ຽມຢາມຂອງປະທານສະພາແຫ່ງຊາດຮຸງກາຣີ ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດເວົ້າສະເພາະ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຮຸງກາຣີ ເວົ້າລວມ.

ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນເອີລົບກາງ-ເອີລົບຕາເວັນອອກ, ໃນນັ້ນ ຮຸງກາຣີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າ; ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ. ພາບ: qdnd.vn

ໃນທ່າມກາງບັນຍາກາດໄມຕີຈິດມິດຕະພາບ ແລະຄວາມໄວ້ເນື້ອເຊື່ອໃຈ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການກໍານົດທິດໃຫຍ່ແນໃສ່ນໍາການພົວພັນສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງກວ່າ. ທ່ານ ຟ້າມມິງຈິ໊ງ ສະເໜີບາງມາດຕະການເພີ່ມທະວີ, ລວມມີ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ໂດຍຜ່ານການສືບຕໍ່ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນ, ນໍາວົງເງິນການຄ້າສອງຝ່າຍໃນປະຈຸບັນໃຫ້ບັນລຸປະມານ 2 ຕື້ ໂດລາສະຫະລັດ ໃນໄລຍະຈະມາເຖິງໂດຍໄວ ແລະຖືວ່າ ນີ້ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ; ເພີ່ມທະວີການຮ່ວມມືໃນຂົງເຂດພັດທະນາ, ສົມທົບກັນຜັນຂະຫຍາຍບັນດາໂຄງການນຳໃຊ້ສິນເຊື່ອບຸລິມະສິດຈາກລັດຖະບານຮຸງກາຣີ ໃຫ້ແກ່ຫວຽດນາມ ຢ່າງມີປະສິດທິຜົນ...

ເຫັນດີເປັນເອກະພາບສູງຕໍ່ຂໍ້ສະເໜີຂອງທ່ານ ຟ້າມມິງຈິ໊ງ, ທ່ານ Kover Laszlo ໃຫ້ຮູ້ວ່າ, ບັນດາພັກການເມືອງໃນສະພາແຫ່ງຊາດຮຸງກາຣີ ເຖິງວ່າມີທ່າອ່ຽງດ້ານການເມືອງແຕກຕ່າງກັນ, ແຕ່ກໍ່ເຫັນດີເປັນເອກະພາບສະໜັບສະໜູນການປັບປຸງ ແລະເຮັດໃຫ້ການພົວພັນກັບຫວຽດນາມ ເລິກເຊິ່ງກວ່າ; ຢືນຢັນວ່າ ສະພາແຫ່ງຊາດຮຸງກາຣີ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສະໜັບສະໜູນລັດຖະບານສອງປະເທດຍູ້ແຮງການພົວພັນໃນທຸກຂົງເຂດ, ເປັນຕົ້ນແມ່ນເພີ່ມທະວີການພົວພັນດ້ານເສດຖະກິດ-ການຄ້າ, ການລົງທຶນ.

* ກ່ອນໜ້ານັ້ນ, ຕອນບ່າຍວັນທີ 20 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Kover Laszlo ປະທານສະພາແຫ່ງຊາດຮຸງກາຣີ ໄດ້ດຳເນີນການພົບປະສອງຝ່າຍ.

ໃນບັນຍາກາດໄມຕີຈິດມິດຕະພາບ, ຈິງໃຈ ແລະເປີດອົກເປີດໃຈ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ, ການເຄື່ອນໄຫວຂອງສະພາແຫ່ງຊາດສອງປະເທດ; ຕີລາຄາສູງບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ສະແດງໃຫ້ເຫັນຜ່ານການພົບປະລະຫວ່າງການນຳຂັ້ນສູງ ແລະທຸກຂັ້ນ, ກໍ່ຄືການພັດທະນາຂະຫຍັນຂັນເຄື່ອນໃນການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃນໄລຍະຜ່ານມາ ດ້ວຍເລື່ອງສອງຝ່າຍໄດ້ແລກປ່ຽນຄະນະການນໍາສະພາແຫ່ງຊາດ, ບັນດາຄະນະກໍາມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບຢ່າງເປັນປະຈໍາ ແລະສົມທົບກັນຢູ່ເວທີປາໄສລັດຖະສະພາລະຫວ່າງພາກພື້ນ ແລະສາກົນ ຢ່າງແໜ້ນແຟ້ນ, ພິເສດແມ່ນສະຫະພັນລັດຖະສະພາສາກົນ.

leftcenterrightdel
ທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Kover Laszlo ປະທານສະພາແຫ່ງຊາດ ຮຸງກາຣີ. ພາບ: qdnd.vn

ການນຳສອງທ່ານ ໄດ້ເຫັນດີສືບຕໍ່ເພີ່ມທະວີການພົບປະ ແລະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຜ່ານທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານຊຸກຍູ້ ແລະເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ສອງປະທານສະພາແຫ່ງຊາດ ໄດ້ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືໃນບັນດາຂົງເຂດ ຄື: ວິທະຍາສາດ, ເຕັກໂນໂລຢີ, ການສຶກສາ, ບຳລຸງສ້າງ, ຊັບພະຍາກອນສິ່ງແວດລ້ອມ, ສາທາລະນະສຸກ, ວັດທະນະທຳ, ການທ່ອງທ່ຽວ ເລິກເຊິ່ງຂຶ້ນຕື່ມ... ແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ທ່ານ ເຈິ່ນແທງເໝິນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໃນການພົວພັນສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານ ເຈິ່ນແທງເໝິນ ໄດ້ສະແດງຄວາມຂອບໃຈ ແລະສະເໜີສະພາແຫ່ງຊາດ ພ້ອມກັບ ອຳນາດການປົກຄອງທຸກຂັ້ນຂອງຮຸງກາຣີ ສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ຮຸງກາຣີ ເຊື່ອມໂຍງ ແລະມີຊີວິດການເປັນຢູ່ເປັນປົກກະຕິ.

ພາຍຫຼັງການພົບປະ, ທ່ານ Kover Laszlo ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 10 ຂອງສະພາແຫ່ງຊາດຊຸດທີ XV. ຕອນບ່າຍວັນດຽວກັນ, ທ່ານ ເຈິ່ນແທງເໝິນ   ໄດ້ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຮຸງກາຣີ ຢ່າງສົມກຽດ.

ໂດຍ: ຈາງຫງວຽນ