ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ກອງປະຊຸມເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ມີປະລິມານວຽກງານຫຼາຍທີ່ສຸດຂອງອາຍຸການ, ລວມມີ 66 ເນື້ອໃນ, ໃນນັ້ນມີຮ່າງກົດໝາຍ 49 ສະບັບ, ຮ່າງມະຕິ 4 ສະບັບ ນອນໃນວຽກງານສ້າງກົດໝາຍ ແລະ 13 ໝວດບັນຫາເສດຖະກິດ-ສັງຄົມ, ງົບປະມານ, ການຕິດຕາມກວດກາ ແລະ ບຸກຄະລາກອນຂັ້ນສູງ. ທີ່ກອງປະຊຸມ, ສະມາຊິກສະພາແຫ່ງຊາດ ຈະພິຈາລະນາຮ່າງກົດໝາຍຫຼາຍສະບັບນອນໃນບັນດາຂົງເຂດສຳຄັນຈຸດສຸມ, ຄື: ການປ້ອງກັນຄວາມສະຫງົບ - ຕຸລາການ, ເສດຖະກິດ, ການລົງທຶນ, ການສຶກສາ, ວິທະຍາສາດ, ຊີວິດການເປັນຢູ່… ພ້ອມກັນນັ້ນ, ກອງປະຊຸມຄັ້ງນີ້ກໍ່ພິຈາລະນາ, ຕົກລົງເນື້ອໃນບຸກຄະລາກອນຂຶ້ນກັບສິດອຳນາດ, ລວມມີ: ການເລືອກຕັ້ງ, ໃຫ້ສັດຕະຍາບັນ, ການພົ້ນຕຳແໜ່ງຂອງຕຳແໜ່ງຂັ້ນສູງ ລັດຈຳນວນໜຶ່ງໃນກົງຈັກ.

leftcenterrightdel
ບັນຍາກາດທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 15. ພາບ: qdnd.vn

ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ: “ນີ້ແມ່ນວຽກງານສ້າງກົດໝາຍຈຳນວນຫຼາຍທີ່ສຸດໃນປະຫວັດສາດຂອງບັນດາສະໄໝກອງປະຊຸມ, ແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ຈິດໃຈສ້າງກົດໝາຍຕ້ອງໄປກ່ອນບາດກ້າວໜຶ່ງ, ເປີດທາງໃຫ້ແກ່ນະວັດຕະກຳ, ຖືເອົາຊີວິດ ແລະ ຜົນປະໂຫຍດຂອງປະຊາຊົນ ເປັນໄມ້ວັດແທກຂອງນະໂຍບາຍ”.

ທີ່ວາລະໄຂໃນຕອນເຊົ້າ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີບົດລາຍງານສະຫຼຸບຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2025 ແລະ 5 ປີ 2021 – 2025, ພ້ອມກັບການຄາດຄະເນແຜນການປີ 2026. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະເໜີບົດລາຍງານສັງລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ກ່ອນທີ່ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະລາຍງານວຽກງານອາຍຸການຊຸດທີ 15.

ແຫຼ່ງຄັດຈາກ vovworld.vn