ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳຫວຽດນາມ ເຖິງແຟງລັງ, ສະແດງໃຫ້ເຫັນການຖືເປັນສໍາຄັນຢ່າງເລິກເຊິ່ງຂອງຫວຽດນາມ ຕໍ່ກັບການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບ ແຟງລັງ. ການຢ້ຽມຢາມເປັນບາດກ້າວພັດທະນາໃໝ່ໃນການພົວພັນສອງຝ່າຍ, ສ້າງກໍາລັງໜູນໃຫ້ແກ່ການສ້າງຮູບຮ່າງການຮ່ວມມືຍຸດທະສາດໃນຂົງເຂດຕ່າງໆໃນອະນາຄົດ.
ແຟງລັງ ເປັນປະເທດທີ່ມີພື້ນຖານເສດຖະກິດໃຫຍ່ອັນດັບທີ 9 ຂອງສະຫະພາບເອີຣົບ (ອີຢູ) ແລະອັນດັບທີ 46 ຂອງໂລກ, ດ້ວຍບັນດາຂະແໜງການເສດຖະກິດປາຍແຫຼມ ສຸມໃສ່ເຂົ້າໃນອຸດສາຫະກໍາໄມ້ ແລະເຈ້ຍ; ການເດີນເຮືອ, ວິທະຍາສາດ-ເສດຖະກິດທະເລ; ເຕັກໂນໂລຢີຂໍ້ມູນຂ່າວສານ-ສື່ສານ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ... ແຟງລັງ ກຳນົດວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນພາກພື້ນເພື່ອປະຕິບັດຢ່າງຕັ້ງໜ້າບັນດາເປົ້າໝາຍທີ່ໄດ້ຍົກອອກໃນແຜນການກະທໍາໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ 2015.
ຫວຽດນາມ ແລະແຟງລັງ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 25 ມັງກອນ 1973. ກວ່າເຄິ່ງສະຕະວັດ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະແຟງລັງ ໄດ້ຮັບການຮັກສາ ແລະພັດທະນາເປັນຢ່າງດີ. ກ່ຽວກັບການເມືອງ - ການທູດ, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ ແລະໃນຂອບເຂດອາຊຽນ - ອີຢູ. ແຟງລັງ ໄດ້ຊ່ວຍເຫຼືອຫຼ້າໃຫ້ ຫວຽດນາມ ມີມູນຄ່າທັງໝົດປະມານ 340 ລ້ານໂດລາສະຫະລັດ, ໂດຍສຸມໃສ່ຂົງເຂດສະໜອງນ້ຳ ແລະລະບາຍນ້ຳ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດ, ການປ່າໄມ້.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ |
ດ້ານເສດຖະກິດ, ວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 422 ລ້ານໂດລາສະຫະລັດ; ສະເພາະ 7 ເດືອນຕົ້ນປີ 2025 ຈະບັນລຸ 216 ລ້ານໂດລາສະຫະລັດ. ປະຈຸບັນ ແຟງລັງ ມີ 37 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນ 50,8 ລ້ານໂດລາສະຫະລັດ; ປະຈຸບັນ ຫວຽດນາມ ມີ 10 ໂຄງການລົງທຶນຢູ່ແຟງລັງ ດ້ວຍຍອດຈຳນວນເງິນລົງທຶນ 1,135 ລ້ານໂດລາສະຫະລັດ.
ກ່ຽວກັບວິທະຍາສາດ ແລະເຕັກໂນໂລຢີ, ສອງຝ່າຍໄດ້ລົງນາມໃນສັນຍາແມ່ກ່ຽວກັບໂຄງການຄູ່ຮ່ວມມືນະວັດຕະກຳ ຫວຽດນາມ - ແຟງລັງ (IPP) ໃນປີ 2008, ເຊິ່ງເປັນພື້ນຖານສຳຄັນໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ ແລະນະວັດຕະກຳ.
ກ່ຽວກັບການສຶກສາ-ບຳລຸງສ້າງ, ໃນປີ 2017, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່າຍຈໍາ ວ່າດ້ວຍການຮ່ວມມືໃນຂົງເຂດການສຶກສາ ແລະບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສອງຮາກຖານການສຶກສາສອງປະເທດ 18 ສະບັບ. ປະຈຸບັນ, ຫວຽດນາມ ມີບັນດາຮາກຖານການສຶກສາເກືອບ 20 ແຫ່ງພວມຮ່ວມມືຢ່າງຕັ້ງໜ້າກັບບັນດາຄູ່ຮ່ວມມືແຟງລັງ ແລະນັກສຶກສາຫວຽດນາມ ກວ່າ 2.500 ຄົນທີ່ພວມຮໍ່າຮຽນຢູ່ແຟງລັງ ໃນບັນດາຂະແໜງເສດຖະກິດ, ເຕັກໂນໂລຢີ ຂໍ້ມູນຂ່າວສານ, ການທ່ອງທ່ຽວ...
ກ່ຽວກັບການຮ່ວມມືດ້ານແຮງງານ, ໃນປີ 2025, ຫວຽດນາມ ແລະແຟງລັງ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຫັນປ່ຽນນັກຊ່ຽວຊານ, ຜູ້ອອກແຮງງານມີສີມືໄປເຮັດວຽກຕາມລະດູຢູ່ແຟງລັງ ດ້ວຍມາດຕະຖານ ແລະເງື່ອນໄຂທຽບເທົ່າພົນລະເມືອງແຟງລັງ. ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດອື່ນ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກະສິກຳ-ສິ່ງແວດລ້ອມ, ວັດທະນະທຳ ແລະການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ການຮ່ວມມືຢູ່ທ້ອງຖິ່ນ... ກໍ່ໄດ້ຮັບການພັດທະນາຢ່າງຕັ້ງໜ້າ.
ການຢ້ຽມຢາມແຟງລັງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ມີຄວາມໝາຍຍຸດທະສາດໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົບປະແລກປ່ຽນປະຊາຊົນ ແລະການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ພ້ອມທັງສະແດງໃຫ້ເຫັນບົດບາດ ແລະທີ່ຕັ້ງສຳຄັນຂອງຫວຽດນາມ ນັບມື້ນັບສູງບົນເວທີສາກົນ. ການຢ້ຽມຢາມກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າເປັນຫຼາຍຮູບຫຼາຍແບບ; ສະແດງໃຫ້ເຫັນການຖືເປັນສໍາຄັນຂອງຫວຽດນາມ ທີ່ມີຕໍ່ກັບແຟງລັງ - ຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນອີຢູ.
ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ, ເປີດສັງກາດແຫ່ງການຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະແຟງລັງ - ສັງກາດແຫ່ງການປະດິດສ້າງ, ພູມປັນຍາ ແລະພັດທະນາສີຂຽວ, ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ເລິກເຊິ່ງ ແລະຮອບດ້ານກວ່າ.
ໂດຍ: ໄຊນີດາ