ເສດຖະກິດສັງຄົມ 2021 – 2025: ເພີ່ມຄວາມໄວ, ບຸກທະລຸສ້າງທ່ວງທ່າໃຫ້ແກ່ໄລຍະເຕີບໂຕໃໝ່
ເພື່ອປະຕິບັດສຳເລັດເປົ້າໝາຍປີ 2025, ຕ້ອງສືບຕໍ່ຢຶດໝັ້ນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດແກ່ນສານຂອງປີການເງິນເປີດກວ້າງຢ່າງມີຈຸດສຸມ...
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: nhandan.vn |
ຄາດວ່າ, ມີ 22/26 ຄາດໝາຍໃນໄລຍະ 2021 – 2025 ໄດ້ປະຕິບັດສຳເລັດ ແລະລື່ນກາຍແຜນການ; ລະດັບເຕີບໂຕ GDP ປີ 2025 ຄາດວ່າບັນລຸ 8%, ສູງທີ່ສຸດຢູ່ພາກພື້ນ ແລະນອນໃນກຸ່ມແຖວໜ້າໃນໂລກ.
ນີ້ແມ່ນຂ້ໍມູນທີ່ໄດ້ຍົກອອກມາທີ່ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 15 ຕຸລາ, ປະກອບຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານກ່ຽວກັບຜົນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ປີ 2025, ຄາດຄະເນແຜນພັດທະນາເສດຖະກິດ-ສັງຄົມ ປີ 2026; ຜົນການປະຕິບັດມະຕິສະບັບຕ່າງໆຂອງສະພາແຫ່ງຊາດ ກ່ຽວກັບແຜນການ 5 ປີ ໄລຍະ 2021 – 2025: ການພັດທະນາເສດຖະກິດ - ສັງຄົມ, ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.
ທີ່ກອງປະຊຸມ, ທ່ານ ຫວູຮົ່ງແທັງ ຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ເພື່ອປະຕິບັດສຳເລັດເປົ້າໝາຍປີ 2025, ຕ້ອງສືບຕໍ່ຢຶດໝັ້ນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ການບໍລິຫານນະໂຍບາຍເງິນຕາຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດແກ່ນສານຂອງປີການເງິນເປີດກວ້າງຢ່າງມີຈຸດສຸມ, ພ້ອມກັນນັ້ນ, ກໍ່ຊຸກຍູ້ການປະຕິຮູບລະບອບລະບຽບການ, ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ແລະພັດທະນາບັນດາກຳລັງໜູນໃໝ່ຢ່າງແຂງແຮງ, ສ້າງທ່ວງທ່າພັດທະນາແບບຍືນຍົງໄລຍະ 2026 – 2030.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ