ກ່າວຄຳເຫັນທີ່ວາລະປຶກສາຫາລືຂອງບັນດາປະເທດສະມາຊິກ ສປຊ ທີ່ກອງປະຊຸມຄະນະກໍາມະການກ່ຽວກັບບັນດາບັນຫາເສດຖະກິດ ແລະການເງິນ (ຄະນະກໍາມະການ 2) ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 80 ດ້ວຍຫົວຂໍ້ “ພັດທະນາແບບຍືນຍົງ: ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ”, ທ່ານນາງ ຫງວຽນມິງຮັ່ງ ໄດ້ແບ່ງປັນຄວາມເປັນຫ່ວງລວມຂອງປະຊາຄົມສາກົນກ່ຽວກັບຄວາມຄືບໜ້າທີ່ຊັກຊ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ທ່ານນາງຫົວໜ້າຄະນະຜູ້ແທນຫວຽດນາມ ເນັ້ນໜັກວ່າ ຕ້ອງປ່ຽນແປງໃໝ່ຄວາມຮັບຮູ້ ແລະບັນດາຮູບແບບພັດທະນາ, ໃນນັ້ນ ຖືປະຊາຊົນເປັນໃຈກາງໃນທຸກການພັດທະນາ ແມ່ນບຸລິມະສິດແຖວໜ້າ. ຮັບປະກັນຄວາມສະຫວັດດີການສັງຄົມ, ການພັດທະນາກວມລວມ ແລະການປົກປັກຮັກສາສິ່ງແວດລ້ອມ ຄວນໄດ້ຮັບການຖືເປັນສຳຄັນ, ໃນຂະນະທີ່ວິທະຍາສາດ ແລະເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນຕ້ອງແມ່ນກໍາລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕ.

leftcenterrightdel
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ ຫງວຽນມິງຮັ່ງ ກໍ່ຮຽກຮ້ອງໃຫ້ຄູ່ຮ່ວມມືສາກົນ ເຄົາລົບບັນດາຄຳໝັ້ນສັນຍາ, ໃນນັ້ນ ມີການລະດົມທຶນພາກເອກະຊົນໃຫ້ການພັດທະນາພື້ນຖານໂຄງລ່າງແບບຍືນຍົງ; ເພີ່ມທະວີການຮ່ວມມືສາກົນໃນການແບ່ງປັນເຕັກໂນໂລຊີ ແລະຄວາມຮູ້, ຊຸກຍູ້ການບໍລິຫານເຕັກໂນໂລຊີທີ່ມີຄວາມຮັບຜິດຊອບ, ໜູນຊ່ວຍບັນດາປະເທດກໍາລັງພັດທະນາສ້າງກໍາລັງຄວາມສາມາດ ແລະນຳໃຊ້ເຕັກໂນໂລຊີດີຈີຕອນໃນຂົງເຂດບຸລິມະສິດ ເຊັ່ນ: ກະສິກຳ, ສາທາລະນະສຸກ...

ໂດຍ: ຈາງຫງວຽນ