* ທີ່ການຕ້ອນຮັບທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ, ທ່ານປະທານປະເທດ ເລືອງເກື່ອງ ສະເໜີວ່າ ໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ Pekka Voutilainen ຈະຊຸກຍູ້ການພົວພັນຮ່ວມມືໃນຂົງເຂດ ເຊິ່ງສອງຝ່າຍມີຄວາມສົນໃຈ ແລະທີ່ມີທ່າແຮງ, ຄວາມຕ້ອງການກວ່າອີກ, ຄື: ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດີຈີຕອນ, ເສດຖະກິດໝູນວຽນ. ທ່ານປະທານປະເທດ ສະເໜີວ່າ ໃນໄລຍະຈະມາເຖິງ, ລັດຖະບານແຟງລັງ ຈະສືບຕໍ່ຊ່ວຍເຫຼືອ, ໜູນຊ່ວຍປະຊາຄົມຊາວຫວຽດນາມ ທຳມາຫາກິນ, ດໍາລົງຊີວິດ, ຮໍ່າຮຽນ, ປະກອບສ່ວນເຂົ້າໃນປະເທດປະຈຳຖິ່ນ ແລະແມ່ນຂົວເຊື່ອມຕໍ່, ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Pekka Voutilainen ເອກອັກຄະລັດຖະທູດແຟງລັງ. ພາບ: qdnd.vn |
ສ່ວນທ່ານເອກອັກຄະລັດຖະທູດ Pekka Voutilainen ຢືນຢັນຈະເຮັດຈົນສຸດຄວາມສາມາດໃນອາຍຸການຂອງຕົນ ເພື່ອເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ເປັນຕົ້ນແມ່ນຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດແມ່ນທ່າແຮງຂອງແຕ່ລະປະເທດ ແລະສອງຝ່າຍມີຄວາມຕ້ອງການ.
* ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດການາດາ James Nickel, ທ່ານປະທານປະເທດ ເລືອງເກື່ອງ ຫວັງວ່າໃນອາຍຸການຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະເຊື່ອມຕໍ່, ຊຸກຍູ້ວົງເງິນການຄ້າສອງຝ່າຍໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ; ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບໍາລຸງສ້າງ, ຫັນເປັນດີຈີຕອນ, ປັນຍາປະດິດ... ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ, ສາກົນບົນພື້ນຖານເຄົາລົບລັດທິຫຼາຍຝ່າຍ, ກົດໝາຍສາກົນ...
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດການາດາ. ພາບ: qdnd.vn |
ສ່ວນທ່ານເອກອັກຄະລັດຖະທູດ James Nickel ໃຫ້ຮູ້ວ່າ ການາດາ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ. ພ້ອມທັງຫວັງວ່າສອງຝ່າຍຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂໍ້ລິເລີ່ມສັນຕິພາບ; ກໍ່ຄືຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກໂນໂລຢີ, ການຫັນເປັນດິີຈີຕອນ...
* ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ຮັບສານຕາຕັ້ງຂອງເອກອັກຄະລັດຖະທູດ 4 ປະເທດທີ່ມາຈາກ ຈາໄມກາ, ຕຸຍນີຊີ, ສະໂລວີເນຍ ແລະຕາຈິກິດສະຖານ.
ໂດຍ: ເຈິ່ນຮວ່ຽນ