ການພົວພັນແບບພິເສດ

ສຳລັບພະນັກງານ, ນັກວິທະຍາສາດ ແລະການນຳຫວຽດນາມ ຫຼາຍໝື່ນຄົນທີ່ເຄີຍດໍາລົງຊີວິດ ແລະຮ່ຳຮຽນຢູ່ລັດເຊຍ, ມີໄລຍະເວລາທີ່ດຳລົງຊີວິດຢູ່ປະເທດນີ້ໄດ້ກາຍເປັນຄວາມຊົງຈຳທີ່ສວຍງາມ ເຊິ່ງບໍ່ມີວັນທີ່ຈະຈືດຈາງເຖິງວ່າຈະຜ່ານໄປຈັກປີກໍ່ຕາມ. ໃນເຫດການທີ່ຈັດຕັ້ງຫວ່າງແລ້ວນີ້ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ແບ່ງປັນວ່າ ທ່ານ ໂຊກດີທີ່ໄດ້ໄປຮຽນ, ຄົ້ນຄວ້າ ແລະເຕີບໃຫຍ່ຢູ່ປະເທດລັດເຊຍ. ເຖິງວ່າໄດ້ຜ່ານໄປຫຼາຍປີແລ້ວກໍ່ຕາມ, ແຕ່ຮູບພາບຂອງອາຈານທີ່ເປັນແບບຢ່າງ, ແມ່ຊາວລັດເຊຍ ທີ່ມີຈິດໃຈເມດຕາ ແລະໝູ່ເພື່ອນຮຽນນໍາກັນທີ່ໄດ້ແບ່ງທຸກແບ່ງສຸກຍັງໄດ້ຝັງເລິກໃນດວງໃຈຂອງທ່ານ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມເວທີປາໄສປະຊາຊົນ ຫວຽດນາມ-ລັດເຊຍ ຄັ້ງທີ 1. ພາບ: ດິງຮວ່າ

ຕາມທ່ານ ເຈິ່ນຮົ່ງຮ່າ ແລ້ວ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະລັດເຊຍ ແມ່ນສາຍພົວພັນແບບພິເສດທີ່ມີປະຫວັດສາດອັນຍາວນານ, ການນໍາ ແລະປະຊາຊົນສອງປະເທດຫຼາຍລຸ້ນຄົນ ໄດ້ເພີ່ມພູນຄູນສ້າງ. ການພົວພັນນີ້ໄດ້ບົ່ມເພາະມາແຕ່ດົນນານແລ້ວ, ເມື່ອຜູ້ນໍາ ຫງວຽນອ໊າຍກ໊ວກ, ພາຍຫຼັງຫຼາຍປີທີ່ໄດ້ໄປຊອກຫາເສັ້ນທາງກູ້ຊາດ, ໄດ້ຊອກເຫັນຢູ່ໃນການປະຕິວັດເດືອນ ຕຸລາ ລັດເຊຍ “ເສັ້ນທາງປົົດປ່ອຍໃຫ້ບັນດາຊາດ ແລະນັບທັງມວນມະນຸດ”. ວັນທີ 30 ມິຖຸນາ 1923, ເພິ່ນ ໄດ້ໄປຮອດນະຄອນ Petrograd - ປະຈຸບັນແມ່ນນະຄອນ Saint Petersburg, ເຊິ່ງເປັນຈຸດເລີ່ມຕົ້ນໃຫ້ແກ່ການສະໜິດຕິດພັນປະຫວັດສາດ, ນໍາການປະຕິວັດຫວຽດນາມ ໄປຕາມເສັ້ນທາງທີ່ປະສົບຜົນສໍາເລັດຂອງການປະຕິວັດເດືອນ ຕຸລາ ທີ່ຍິ່ງໃຫຍ່; ນໍາປະເທດ, ຊາວຫວຽດນາມ - ສະຫະພັນລັດເຊຍ ຫຍັບເຂົ້າໃກ້ກັນ.

ເມື່ອຫວນຄືນປະຫວັດສາດໃນຊຸມເດືອນປີທີ່ຫຍຸ້ງຍາກສັບສົນທີ່ສຸດຂອງປະເທດຊາດ, ເມື່ອປະເທດຫວຽດນາມ ພວມຕົກຢູ່ໃນສະພາບການທີ່ອັນຕະລາຍຂອງການຕໍ່ສູ້ຕ້ານລ່າເມືອງຂຶ້ນຝລັ່ງ, ໂດຍແມ່ນໂຊວຽດ ໄດ້ກາຍເປັນໜຶ່ງໃນບັນດາປະເທດທໍາອິດໃນໂລກທີ່ຮັບຮູ້ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ໃນວັນທີ 30 ມັງກອນ 1950. ນັ້ນແມ່ນການຕັດສິນໃຈທີ່ກ້າຫານ, ແມ່ນໄຊຊະນະທີ່ລໍ້າຄ່າ, ໄດ້ທໍາລາຍທ່າຂວ້ຳບາດ, ທ່າໂດດດ່ຽວ ແລະກາຍເປັນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງ, ສ້າງທ່ວງທ່າໃຫ້ແກ່ການຕັດສິນໄຊຊະນະຂອງຫວຽດນາມ ທາງດ້ານການທະຫານ ແລະການທູດ. ຈາກພື້ນຖານນັ້ນ, ການສະໜັບສະໜູນທີ່ສຸດອົກສຸດໃຈ, ແຂງແຮງ ແລະມີປະສິດທິຜົນຂອງປະຊາຊົນໂຊວຽດ ໄດ້ກາຍເປັນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ໃນພາລະກິດຕໍ່ສູ້ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ.

ນ້ຳໃຈມິດຕະພາບລະຫວ່າງສອງປະເທດ, ສອງຊາດ ບໍ່ພຽງແຕ່ໄດ້ຮັບການຝຶກຜົນຫຼໍ່ຫຼອມຈາກແປວໄຟສົງຄາມເທົ່ານັ້ນ ຫາກຍັງປະກາຍແສງຮຸ່ງເຮືອງເຫຼືອງເຫຼື້ອມໃນກິດຈະການສັນຕິພາບ, ສ້າງສາປະເທດ. ດ້ວຍການຊ່ວຍເຫຼືອຂອງນັກຊ່ຽວຊານລັດເຊຍ, ຈາກປະເທດໜຶ່ງທີ່ມີກະສິກໍາຫຼ້າຫຼັງ, ຫວຽດນາມ ສາມາດສ້າງຂະແໜງການເສດຖະກິດທີ່ທັນສະໄໝ. ບັນດາໂຄງການ ຄື ຂົວທັງລອງ, ເຂື່ອນໄຟຟ້ານ້ຳຕົກ ຮວ່າບິ່ງ ບໍ່ພຽງແຕ່ແມ່ນສັນຍາລັກໃຫ້ແກ່ພາລະກິດຫັນເປັນອຸດສາຫະກໍາເທົ່ານັ້ນ ຫາກຍັງແມ່ນສັນຍາລັກທີ່ເປັນອະມະຕະແຫ່ງນໍ້າໃຈມິດຕະພາບຫວຽດນາມ-ລັດເຊຍ ອີກດ້ວຍ. ການຮ່ວມມືດ້ານນໍ້າມັນອາຍແກັດ, ດ້ວຍຄັນທຸງທຳອິດແມ່ນບໍລິສັດ Vietsovpetro ແລະຫຼັງຈາກນີ້ແມ່ນ Rusvietpetro ໄດ້ກາຍເປັນເສົາຄໍ້າທີ່ມີປະສິດທິຜົນ, ນໍາເອົາຜົນປະໂຫຍດຍຸດທະສາດມາໃຫ້ທັງສອງປະເທດ.

ປະຈຸບັນ, ການຮ່ວມມືດັ່ງກ່າວຍັງໄດ້ເປີດກວ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນຫຼາຍຂົງເຂດ. ບັນດາວິສາຫະກິດຂອງຫວຽດນາມ ເຊັ່ນ: ກຸ່ມບໍລິສັດ TH ດ້ວຍໂຄງການທີ່ມີເງິນລົງທຶນ 2,7 ຕື້ໂດລາສະຫະລັດຢູ່ ລັດເຊຍ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລັດເຊຍ ເທົ່ານັ້ນ, ຫາກຍັງໄດ້ຂຽນຕໍ່ເລື່ອງລາວທີ່ປະສົບຜົນສໍາເລັດໃໝ່ຕື່ມອີກ, ເປັນພະຍານຫຼັກຖານໃຫ້ແກ່ການພົວພັນຮ່ວມມືຮອບດ້ານ, ແທດຈິງ ແລະນັບມື້ນັບເຂົ້າສູ່ລວງເລິກ ອີກດ້ວຍ.

“ເມື່ອຫວນຄືນໄລຍະທາງ 75 ປີ, ພວກເຮົາ ມີສິດທີ່ຈະເອກອ້າງທະນົງໃຈກ່່ຽວກັບອະດີດທີ່ສະຫງ່າອົງອາດ, ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ໄດ້ຜ່ານການທົດສອບຢ່າງຫຍຸ້ງຍາກລຳບາກທີ່ສຸດໃນປະຫວັດສາດ. ດ້ວຍຄວາມໄວ້ເນື້ອເຊື່ອໃຈຍຸດທະສາດອັນເລິກເຊິ່ງ ແລະອາລົມຈິດທີ່ສັດຊື່ບໍລິສຸດ, ຈົງຮັກພັກດີນັ້ນ ພວມແມ່ນພື້ນຖານອັນໜັກແໜ້ນ ເພື່ອໃຫ້ພວກເຮົາພ້ອມກັນເປີດສັງກາດຮ່ວມມືໃໝ່, ຮອບດ້ານ ແລະແຂງແຮງຍິ່ງກວ່າເວລາໃດໝົດ”, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເນັ້ນໜັກຄືດັ່ງກ່າວ.

ການປະກອບສ່ວນແທດຈິງຂອງການທູດປະຊາຊົນ

ເຖິງຢ່າງໃດກໍຕາມ ກໍ່ຕ້ອງຢືນຢັນວ່າສະພາບການສາກົນຄືໃນປະຈຸບັນ ພວມວາງອອກສິ່ງທ້າທາຍບໍ່ໜ້ອຍໃຫ້ແກ່ທັງຫວຽດນາມ ແລະສະຫະພັນລັດເຊຍ. ການແກ່ງແຍ້ງທາງດ້ານພູມສາດການເມືອງລະຫວ່າງປະເທດຕ່າງໆ ແລະກຸ່ມປະເທດນັບມື້ນັບເພີ່ມຂຶ້ນ. ການປະທະກັນມີການຜັນແປສັບສົນ, ນຳມາເຊິ່ງສ່ິງທ້າທາຍຫຼາຍຢ່າງ ແລະໄພອັນຕະລາຍ ທັງເປັນການທະຫານ ແລະບໍ່ເປັນການທະຫານ. ໃນສະພາບການນັ້ນ, ທ່ານ Gennady Stepanovich Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງການທູດປະຊາຊົນ-ຂົວຕໍ່ໃຫ້ແກ່ການພົວພັນສໍາຄັນປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ເພີ່ມທະວີຄວາມເຂົ້າໃຈ, ປະກອບສ່ວນຢ່າງມີປະສິດທິຜົນໃຫ້ບັນດາໂຄງການ, ລາຍການຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ພ້ອມທັງປັບປຸງການພົວພັນສາກົນ.

ໃຫ້ຂໍ້ສັງເກດກ່່ຽວກັບສິ່ງນີ້, ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໃຫ້ຮູ້ວ່າ: ບັນດາອົງການຈັດຕັ້ງມິດຕະພາບປະຊາຊົນ ແມ່ນຂົວຕໍ່ພິເສດ ແລະໝັ້ນຄົງເຂັ້ມແຂງ, ປະກອບສ່ວນປັບປຸງພື້ນຖານສັງຄົມອັນໜັກແໜ້ນໃຫ້ແກ່ການພົວພັນລະຫວ່າງສອງປະເທດ, ຊ່ວຍໃຫ້ສາຍພົວພັນມິດຕະພາບຫວຽດນາມ - ສະຫະພັນລັດເຊຍ ຊຶມເລິກເຂົ້າໃນຊີວິດ ແລະຈິດໃຈຂອງປະຊາຊົນສອງປະເທດ.

ຕາມທ່ານ ຟານແອງເຊີນ ແລ້ວ, ດ້ວຍເປົ້າໝາຍສ້າງກົນໄກເຈລະຈາຢ່າງມີປະສິດທິຜົນ, ປະກອບສ່ວນເຮັດໃຫ້ຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນສອງປະເທດ ເລິກເຊິ່ງກວ່າ, VUFO ໄດ້ມີຂໍ້ລິເລີ່ມສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລັດເຊຍ ແລະຫວຽດນາມ ຈັດຕັ້ງເວທີປາໄສປະຊາຊົນຫວຽດນາມ - ລັດເຊຍ.

ເວທີປາໄສແມ່ນໂອກາດ ເພື່ອໃຫ້ສອງຝ່າຍຫວນຄືນປະຫວັດສາດຂອງການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ຢືນຢັນຄຸນຄ່າ ແລະຫຼັກການພື້ນຖານຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນ ລະຫວ່າງຫວຽດນາມ - ລັດເຊຍ; ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈລະຫວ່າງປະຊາຊົນສອງຊາດ;... ດ້ວຍຜົນສຳເລັດຂອງເວທີປາໄສປະຊາຊົນຫວຽດນາມ - ລັດເຊຍ ຄັ້ງທີ 1 (ຈັດຂຶ້ນໃນລະຫວ່າງວັນທີ 30 ກັນຍາ ຫາວັນທີ 1 ຕຸລາ), ທ່ານປະທານ VUFO ເຊື່ອໝັ້ນວ່າ ເວທີປາໄສຈະກາຍເປັນກົນໄກສົນທະນາໃໝ່, ມີປະສິດທິຜົນ ແລະເປັນປົກກະຕິໃນແຕ່ລະປີ,... ເປັນພະຍານຫຼັກຖານທີ່ມີຊີວິດຊີວາ) ໃຫ້ແກ່ນ້ຳໃຈມິດຕະພາບອັນແໜ້ນແຟ້ນລະຫວ່າງ 2 ຊາດ, ໂດຍບໍ່ຫົວຊາຕໍ່ການຜັນແປຂອງສະພາບແວດລ້ອມຂອງໂລກ ແລະພາກພື້ນ.

ໂດຍ: ໄຊນີດາ