ກ່າວຄຳເຫັນທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕໍາຫຼວດສູນກາງ ຄັ້ງທີ VIII ອາຍຸການ 2025-2030, ນີ້ແມ່ນເຫດການມີຄວາມສຳຄັນພິເສດສໍາລັບພາລະກິດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃນໄລຍະປະຕິວັດໃໝ່.
ທ່ານ ໂຕເລິມ ເລຂາທິການໃຫຍ່ ເນັ້ນໜັກວ່າ, ໃນອາຍຸການຜ່ານມາ, ຊາບຊືມຢ່າງເລິກເຊິ່ງ ແລະປະຕິບັດຢ່າງມີປະສິດທິຜົນຕາມທັດສະນະທີ່ “ປະຊາຊົນແມ່ນຮາກຖານ”, ເປັນໃຈກາງ, ອັດຕະພາບໃນທຸກແຜນນະໂຍບາຍ, ນະໂຍບາຍປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພສັງຄົມ, ໄດ້ສ້າງແຫຼ່ງກຳລັງແຮງເພື່ອໃຫ້ອົງຄະນະພັກຕໍາຫຼວດສູນກາງ ແລະທົ່ວກໍາລັງຕໍາຫຼວດປະຊາຊົນ ສໍາເລັດບັນດາເນື້ອໃນທີ່ມະຕິກອງປະຊົມໃຫຍ່ອົງຄະນະພັກຕໍາຫຼວດສູນກາງ ຄັ້ງທີ VII ໄດ້ວາງອອກຢ່າງເລິກເຊິ່ງ; ກາຍເປັນໜຶ່ງໃນບັນດາອົງຄະນະພັກທີ່ພົ້ນເດັ່ນ, ດີເລີດໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ ແລະບັນດາການນຳ, ອະດີດການນຳຂອງພັກ, ລັດ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ. |
ບັນດາໝາກຜົນພົ້ນເດັ່ນຂອງອົງຄະນະພັກຕໍາຫຼວດສູນກາງໃນອາຍຸການຜ່ານມາໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກກົມການເມືອງ. ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຊົມເຊີຍ ແລະຍ້ອງຍໍຊົມເຊີຍບັນດາໝາກຜົນ, ຜົນງານອັນໃຫຍ່ຫຼວງທີ່ອົງຄະນະພັກ ແລະກໍາລັງຕໍາຫຼວດປະຊາຊົນ ບັນລຸໄດ້ໃນ 5 ປີຜ່ານມາ.
ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕີລາຄາສູງ ແລະເຫັນດີເປັນເອກະພາບໂດຍພື້ນຖານກ່ຽວກັບບົດລາຍງານການເມືອງ, ໂຄງການດຳເນີນງານທີ່ໄດ້ວາງອອກບັນດາທິດທາງ, ເປົ້າໝາຍ, ດັດຊະນີ, ໜ້າທີ່ມາດຕະການ, ບັນດາບຸກທະລຸຍຸດທະສາດ ແລະຫຼາຍຮ້ອຍໜ້າທີ່ທີ່ລະອຽດ, ໄດ້ສະແດງໃຫ້ເຫັນຈິດໃຈຕໍ່ສູ້, ລັກສະນະກະທໍາສູງ.
ດ້ວຍມູນເຊື້ອ 80 ປີແຫ່ງການສ້າງສາ, ຕໍ່ສູ້ ແລະເຕີບໂຕ, ທ່ານ ໂຕເລິມ ເລຂາທິການໃຫຍ່ ເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຕໍາຫຼວດສູນກາງ ຄັ້ງທີ VIII ຈະແມ່ນກອງປະຊຸມໃຫຍ່ຜູ້ແທນທີ່ພົ້ນເດັ່ນ, ເປັນແບບຢ່າງ, ສຸມໃສ່ເຖິງສະຕິປັນຍາ, ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ຢືນຢັນຄວາມຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຢ່າງມີໄຊ, ສືບຕໍ່ສ້າງບັນດາຄວາມສຳເລັດທີ່ມະຫັດສະຈັນໃໝ່, ຜົນງານໃໝ່, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈ, ຄວາມມຸ່ງຫວັງຂອງພັກ, ລັດ ແລະປະຊາຊົນສໍາລັບຕໍາຫຼວດປະຊາຊົນ.
ໂດຍ: ຈາງຫງວຽນ