ມານະພະຍາຍາມບັນລຸລະດັບເຕີບໂຕ 8,3 – 8,5% ໃນປີ 2025
ກປ.ອອນໄລ - ສະພາບການເສດຖະກິດ 9 ເດືອນຕົ້ນປີ 2025 ແມ່ນດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024.
ຕອນເຊົ້າວັນທີ 5 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ກັນຍາ ຂອງລັດຖະບານ ແລະກອງປະຊຸມທາງໄກລະຫວ່າງລັດຖະບານ ກັບບັນດາທ້ອງຖິ່ນໃນທົ່ວປະເທດ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີໄຂ. ພາບ: vov.vn |
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ສະພາບການເສດຖະກິດ 9 ເດືອນຕົ້ນປີ 2025 ແມ່ນດີກວ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2024: ເສດຖະກິດມະຫາພາກໄດ້ຮັບການຮັກສາເປັນປົກກະຕິ, ການຄວບຄຸມໄພເງິນເຟີ້, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ບັນດາຂົງເຂດວັດທະນະທຳ, ສັງຄົມ, ການຮັບປະກັນຊີວິດສັງຄົມໄດ້ຮັບການຮັບປະກັນ, ສະພາບການເມືອງສັງຄົມມີສະຖຽນລະພາບ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງ, ເພີ່ມທະວີຂຶ້ນ…
ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ໃນສະພາບທີ່ຍັງມີຂໍ້ຈຳກັດ, ຫຍຸ້ງຍາກ, ສິ່ງທ້າທາຍ, ຫວຽດນາມ ຍັງວາງອອກເປົ້າໝາຍບັນລຸລະດັບເຕີບໂຕແຕ່ 8,3 – 8,5% ໃນປີ 2025 ເພື່ອສ້າງທ່ວງທ່າ, ກຳລັງແຮງເພື່ອກ້າວໄປສູ່ອາຍຸການໃໝ່, ສັງກາດໃໝ່ດ້ວຍທ່ວງທ່າ, ພະລັງງານ, ກຳລັງໜູນໃໝ່ເພື່ອພັດທະນາປະເທດຊາດ, ປະຕິບັດ 2 ເປົ້າໝາຍຍຸດທະສາດ 100 ປີ.
ໂດຍ: ກວຽດເຕິມ