ເຂົ້າຮ່ວມພິທີສົ່ງປະທານສະພາແຫ່ງຊາດ ກູບາ ແລະຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍ ມີ ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ; ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ...
ໃນຂອບເຂດການຢ້ຽມຢາມ, ທີ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດກູບາ ພ້ອມດ້ວຍຄະນະໄດ້ໄປວາງພວງມາລາ ແລະເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ; ວາງພວງມາລາຢູ່ຕໍ່ໜ້າອະນຸສາວະລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ວາງພວງມາລາຢູ່ຕໍ່ໜ້າຮູບປັ້ນນັກວິລະຊົນ ແຫ່ງຊາດ Jose Marti ຢູ່ສວນດອກໄມ້ ຕາວດານ.
ໃນໄລຍະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ. ທ່ານປະທານສະພາແຫ່ງຊາດ ກູບາ ໄດ້ມີການພົບປະກັບທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ; ພົບປະສອງຝ່າຍກັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະເປັນປະທານຮ່ວມກອງປະຊຸມ ຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ກູບາ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ. ພາບ: qdnd.vn |
ຕ້ອນຮັບທ່ານປະທານສະພາແຫ່ງຊາດກູບາ, ທ່ານ ໂຕເລິມ ເນັ້ນໜັກເຖິງການຕັດສິນໃຈຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃນການປັບປຸງ ແລະເພີ່ມທະວີກວ່າອີກການພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານ ຫວຽດນາມ - ກູບາ; ເນັ້ນໜັກວ່າ ການພົວພັນລະຫວ່າງສອງພັກແມ່ນພື້ນຖານການເມືອງ ແລະການກໍານົດທິດໃຫ້ແກ່ການພັດທະນາການຮ່ວມມືສອງຝ່າຍໃນທຸກຂົງເຂດ; ສະເໜີສະພາແຫ່ງຊາດ ກູບາ ສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍຊຸກຍູ້ການພົວພັນຮ່ວມມື, ເສດຖະກິດ - ການຄ້າ - ການລົງທຶນ, ສ້າງເງື່ອນໄຂສະດວກໃຫ້ບັນດາໂຄງການຮ່ວມມືໃນຂົງເຂດກະສິກຳ, ພະລັງງານທົດແທນ, ເຕັກໂນໂລຊີຊີວະພາບ - ການຢາ, ຮັບໃຊ້ໃຫ້ແກ່ພາລະກິດພັດທະນາຂອງທັງສອງປະເທດຢ່າງແທດຈິງ. ທ່ານເລຂາທິການໃຫຍ່ ສະເໜີສອງຝ່າຍສົມທົບກັນເພີ່ມທະວີການແລກປ່ຽນທິດສະດີ ແລະບົດຮຽນຕົວຈິງ, ພິເສດແມ່ນໃນສະພາບການທີ່ ຫວຽດນາມ ກະກຽມຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະກູບາ ກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX ຂອງພັກ ໃນປີ 2026.
ສະຫາຍ Esteban Lazo Hernandez ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະຮອບດ້ານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ; ສະແດງຄວາມເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍຄວາມໄວ້ວາງໃຈຂອງປະຊາຊົນ, ພັກກອມມູນິດຫວຽດນາມ ຈະສືບຕໍ່ນຳພານໍາປະເທດຫວຽດນາມ ປະຕິບັດຢ່າງມີໄຊບັນດາເປົ້າໝາຍຍຸດທະສາດໃນສັງກາດໃໝ່, ສ້າງສາປະເທດຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສະເໝີພາບ ແລະສີວິໄລ. ກູບາ ຖືເປັນສຳຄັນການປຶກສາຫາລື ແລະຖອດຖອນບົດຮຽນຕົວຈິງຂອງຫວຽດນາມ ໃນພາລະກິດປ່ຽນແປງໃໝ່, ສ້າງສາລັດທິສັງຄົມນິຍົມ, ພິເສດແມ່ນໃນການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກອມມູນິດ ກູບາ ໃນປີ 2026.
ທ່ານປະທານສະພາແຫ່ງຊາດ ກູບາ ໄດ້ມີການພົບປະກັບທ່ານ ເລືອງເກື່ອງ ປະທານປະເທດ ແລະທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ. ການນຳສອງປະເທດ ສະແດງຄວາມນັບຖືຢ່າງສູງຕໍ່ການພົວພັນທີ່ເປັນແບບຢ່າງ ຫວຽດນາມ - ກູບາ, ໂດຍ ປະທານ ໂຮ່ຈີມິນ ແລະຜູ້ນຳ Fidel Castro Ruz ເປັນຜູ້ກໍ່ຕັ້ງ, ການນຳຮຸ່ນຕ່າງໆ ແລະປະຊາຊົນສອງປະເທດ ໄດ້ເພີ່ມພູນຄູນສ້າງ; ຕີລາຄາວ່າ ການຢ້ຽມຢາມທາງລັດຖະກິດກູບາ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນເດືອນກັນຍາ ປີ 2024 ແລະຂອງທ່ານ Miguel Diaz-Canel Bermudez ເລຂາຜູ້ທີໜຶ່ງ, ປະທານປະເທດກູບາ ມາຢ້ຽມຢາມຫວຽດນາມ ໃນຕົ້ນເດືອນກັນຍາ ທີ່ຜ່ານມາ, ໄດ້ສ້າງຂີດໝາຍອັນສຳຄັນໃຫ້ແກ່ການພົວພັນສອງຝ່າຍ, ຮັດແໜ້ນ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພ້ອມທັງເປີດທິດທາງໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍ;
ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ “ປີມິດຕະພາບຫວຽດນາມ - ກູບາ”; ສ້າງເງື່ອນໄຂສະດວກ ແລະສົ່ງເສີມເປີດກວ້າງການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ວິສາຫະກິດສອງປະເທດເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ; ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະການລົງທຶນ, ພິເສດແມ່ນໃນບັນດາຂົງເຂດຮ່ວມມືຍຸດທະສາດທີ່ການນຳຂັ້ນສູງຂອງສອງປະເທດໄດ້ເຫັນດີເປັນເອກະພາບ, ກໍຄືເປີດກວ້າງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນ.
ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ທີ່ການພົບປະສອງຝ່າຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດກູບາ ໄດ້ແບ່ງປັນກ່ຽວກັບສະພາບການຢູ່ແຕ່ລະປະເທດ ແລະການເຄື່ອນໄຫວຂອງສອງສະພາແຫ່ງຊາດ ໃນໄລຍະມໍ່ໆມານີ້, ປຶກສາຫາລືກ່ຽວກັບທິດທາງ ແລະມາດຕະການຕ່າງໆ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີສະໜິດຕິດພັນ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສະພາແຫ່ງຊາດ ແລະປະຊາຊົນສອງປະເທດຫວຽດນາມ - ກູບາ, ກໍຄືກ່ຽວກັບບັນຫາພາກພື້ນ ແລະສາກົນ.
ທີ່ກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາຫວຽດນາມ - ກູບາ, ສອງຝ່າຍຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນຊ່ອງທາງລັດຖະສະພາ ທັງຢູ່ໃນລະດັບສອງຝ່າຍ ກໍ່ຄືຢູ່ເວທີປາໄສລັດຖະສະພາສາກົນ ແລະພາກພື້ນ ເຊິ່ງສອງສະພາແຫ່ງຊາດ ເປັນສະມາຊິກ; ສືບຕໍ່ພິຈາລະນາຄວາມສາມາດຂອງການສົມທົບກັນຕິດຕາມກວດກາ ເພື່ອຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມລະຫວ່າງສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການປຶກສາຫາລືກ່ຽວກັບການສ້າງກົດໝາຍ, ອຳນວຍຄວາມສະດວກໃຫ້ແກ່ການປະຕິບັດບັນດາຄຳໝັ້ນສັນຍາຂອງສອງຝ່າຍ, ສົມທົບກັນສ້າງ, ປັບປຸງກົນໄກສະເພາະໃຫ້ສົມບູນແບບ, ຊຸກຍູ້ວິສາຫະກິດຫວຽດນາມ ເປີດກວ້າງການລົງທຶນຢູ່ກູບາ, ພິເສດແມ່ນຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນເພື່ອແນໃສ່ແລກປ່ຽນບົດຮຽນ, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ - ສັງຄົມ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຮັບຮູ້ຜົນກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາແຫ່ງຊາດກູບາ; ໃນນັ້ນ, ໄດ້ເຫັນດີເປັນເອກະພາບກັນວ່າ, ກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດກູບາ ແລະສະພາແຫ່ງຊາດຫວຽດນາມ ຈະຈັດຂຶ້ນຢູ່ນະຄອນ La Habana, ກູບາ.
ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດ, ປະທານສະພາແຫ່ງລັດກູບາ ແລະຄະນະໄດ້ມີການພົບປະ ແລະເຮັດວຽກກັບບັນດາການນຳ ແລະເຄື່ອນໄຫວຢູ່ນະຄອນໂຮ່ຈີມິນ ແລະແຂວງ ຮຶງອຽນ; ຢ້ຽມຢາມຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ...
ໂດຍ: ໄຊຊະນະ