*ທີ່ການພົບປະສອງຝ່າຍກັບທ່ານຮອງປະທານຜູ້ທີໜຶ່ງສະພາແຫ່ງຊາດເກຼັກ Ioannis Plakiotakis, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍ່ຄືເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດສອງປະເທດເພື່ອແນໃສ່ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ສ້າງຂອບເຂດກົດໝາຍແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ເໝາະສົມກັບຄວາມຕ້ອງການຂອງການພັດທະນາຂອງສອງປະເທດ; ຮັກສາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ສະໜັບສະໜູນຂໍ້ລິເລີ່ມຂອງກັນ; ເພີ່ມທະວີການສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ, ສາກົນ ແລະເວທີປາໄສລະຫວ່າງລັດຖະສະພາພາກພື້ນ ແລະໂລກ; ຊຸກຍູ້ລັດຖະບານສອງປະເທດປະຕິບັດຕາມເອກະສານຮ່ວມມືທີ່ໄດ້ລົງນາມໃຫ້ມີປະສິດທິຜົນ... ແນໃສ່ສ້າງພື້ນຖານນິຕິກຳເພື່ອເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າ.

leftcenterrightdel
ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດື໊ກຫາຍ ມອບຂອງຂວັນໃຫ້ເພື່ອນມິດເກຼັກ. ພາບ: ສໍານັກຂ່າວສານຫວຽດນາມ

*ທີ່ການພົບປະກັບທ່ານ Konstantinos Chatzidakis ຮອງປະທານາທິບໍດີເກຼັກ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະການພົບປະທຸກຂັ້ນ; ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ ແລະສາກົນ; ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

*ທີ່ການພົບປະກັບທ່ານ Dimitris Koutsoumpas ເລຂາທິການໃຫຍ່ພັກກອມມູນິດ ເກຼັກ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດື໊ກຫາຍ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງການປັບປຸງຢ່າງບໍ່ຢຸດຢັ້ງ ແລະເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະພັກກອມມູນິດເກຼັກ ແລະປະຊາຊົນສອງປະເທດບົນຈິດໃຈໄວ້ເນື້ອເຊື່ອໃຈ, ສະໜັບສະໜູນເຊິ່ງກັນ ແລະກັນ.

*ເນື່ອງໃນໂອກາດນີ້, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດື໊ກຫາຍ ໄດ້ມີການພົບປະກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ເກຼັກ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ເກຼັກ.

ໂດຍ: ເຈິ່ນຮວ່ຽນ