ຫວຽດນາມ ແລະໄທ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະ ພາກພື້ນ
ກປ.ອອນໄລ - ຕອນບ່າຍວັນທີ 3 ຕຸລາ, ທ່ານ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດໄທ. ນີ້ແມ່ນການແລກປ່ຽນຄັ້ງທຳອິດລະຫວ່າງລັດຖະມົນຕີສອງປະເທດນັບແຕ່ທ່ານ Sihasak Phuangketkeow ໄດ້ແຕ່ງຕັ້ງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ໃນວັນທີ 19 ກັນຍາ.
ທີ່ການສົນທະນາທາງໂທລະສັບ, ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ດີການຢ້ຽມຢາມ, ການເຄື່ອນໄຫວພົບປະສອງຝ່າຍຂັ້ນສູງ ແລະທຸກຂັ້ນໃນໄລຍະຈະມາເຖິງ, ພິເສດແມ່ນບັນດາກິດຈະກຳທີ່ກອງປະຊຸມສຸດຍອດອາຊຽນ ແລະກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄາດວ່າຈະດຳເນີນໃນທ້າຍປີ 2025.
    |
 |
ທ່ານ ເລຮວ່າຍຈູງ ຮັກສາການລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Sihasak Phuangketkeow ລັດຖະມົນຕີກະຊວງການຕ່າງປະເທດໄທ. ພາບ: ກະຊວງການຕ່າງປະເທດຫວຽດນາມ |
ລັດຖະມົນຕີສອງທ່ານ ຕີລາຄາວ່າ ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນເສົາຄໍ້າສຳຄັນໃນການພົວພັນສອງຝ່າຍ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືດ້ານເສດຖະກິດ, ມຸ່ງໄປເຖິງບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 25 ຕື້ໂດລາສະຫະລັດໂດຍໄວຕາມທິດດຸນດ່ຽງກວ່າ; ສົມທົບກັນສ້າງຕັ້ງກຸ່ມປະຕິບັດງານລວມແນໃສ່ຜັນຂະຫຍາຍຍຸດທະສາດ “3 ເຊື່ອມຕໍ່” ຢ່າງມີປະສິດທິຜົນ, ແທດຈິງ, ລວມມີການເຊື່ອມຕໍ່ລະບົບຕ່ອງໂສ້ຕອບສະໜອງ; ເຊື່ອມຕໍ່ຂະແໜງເສດຖະກິດ, ວິສາຫະກິດ ແລະທ້ອງຖິ່ນສອງປະເທດ; ເຊື່ອມຕໍ່ຍຸດທະສາດການເຕີບໂຕແບບຍືນຍົງຂອງສອງປະເທດ...
ສອງຝ່າຍສະໜັບສະໜູນການເພີ່ມທະວີການຮ່ວມມືດ້ານການເມືອງ, ຄວາມໝັ້ນຄົງສອງຝ່າຍ; ເຫັນດີເປັນເອກະພາບສົມທົບກັນປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ຢືນຢັນຄືນໃໝ່ຄຳໝັ້ນສັນຍາທີ່ຈະບໍ່ອະນຸຍາດໃຫ້ບຸກຄົນ ຫຼືອົງການໃດນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ.
ກ່ຽວກັບການຮ່ວມມືພາກພື້ນ ແລະສາກົນ, ສອງຝ່າຍຢືນຢັນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍ ແລະພາກພື້ນ; ພ້ອມກັບບັນດາປະເທດອາຊຽນ, ປັບປຸງຄວາມສາມັກຄີ, ເປັນເອກະພາບ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ; ເພີ່ມທະວີການຮ່ວມມືພັດທະນາອະນຸພາກພື້ນ.
ໂດຍ: ເຈິ່ນຮວ່ຽນ