ຈາກຄວາມຕັດສິນໃຈຂອງການນຳທຸກຂັ້ນ ແລະປະຊາຊົນ, ການຮ່ວມມືສອງຝ່າຍໃນຂົງເຂດຕ່າງໆກໍ່ມີຄວາມສະດວກຫຼາຍຢ່າງ, ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ໃຫ້ພັດທະນານັບມື້ນັບແທດຈິງ ແລະມີປະສິດທິຜົນກວ່າເກົ່າ.
ປີ 2025 ແມ່ນປີທີ່ສອງປະເທດຫວຽດນາມ ແລະລັດເຊຍ ມີການເຄື່ອນໄຫວຫຼາຍຢ່າງທີ່ໄດ້ນຳເອົາພະລັງແຮງມາໃຫ້ການພົວພັນສອງຝ່າຍ. ໜຶ່ງໃນບັນດາຂີດໝາຍສຳຄັນແມ່ນການຢ້ຽມຢາມລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ ໃນເດືອນ ພຶດສະພາ 2025, ສືບຕໍ່ປັບປຸງ, ຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະເຮັດໃຫ້ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ຜ່ານນັ້ນປະກອບສ່ວນສ້າງກຳລັງໜູນໃໝ່ໃນການຮັກສາທ່າພັດທະນາຂອງການພົວພັນສອງຝ່າຍຢ່າງມີປະສິດທິຜົນ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ໂງເຟືອງລີ ເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່. ພາບ: RIA NOVOSTI |
ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຂອບເຂດການຢ້ຽມຢາມ, ນັບແຕ່ດ້ານການທູດ, ການປ້ອງກັນຊາດ, ນໍ້າມັນອາຍແກັສ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ ແລະບໍາລຸງສ້າງ, ການນຳໃຊ້ພະລັງງານປະລະມານູເພື່ອຈຸດປະສົງສັນຕິພາບ... ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ “ເຮັດໃໝ່” ໃນການພົວພັນຫວຽດນາມ-ລັດເຊຍ ຂອງການນຳສອງປະເທດ. ຄຽງຂ້າງນັ້ນການປັບປຸງ ແລະຍູ້ແຮງຂົງເຂດຮ່ວມມືທີ່ເປັນມູນເຊື້ອ, ສອງຝ່າຍກໍ່ເປີດກວ້າງຂອບເຂດການຮ່ວມມືໃໝ່, ໝູນໃຊ້ ແລະຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະຝ່າຍ.
ພ້ອມກັນນັ້ນ, ການເຈລະຈາ, ການພົບປະລະຫວ່າງການນຳຂັ້ນສູງສອງຝ່າຍກໍ່ໄດ້ຮັບການຮັກສາເປັນປະຈຳ. ການແລກປ່ຽນຄະນະຜູ້ແທນ, ພົບປະແລກປ່ຽນປະຊາຊົນ, ເວທີປາໄສ ແລະກອງປະຊຸມສຳມະນາສືບຕໍ່ໄດ້ຮັບການຈັດຕັ້ງ, ເປັນການຢືນຢັນບັນດາຄຸນຄ່າດ້ານປະຫວັດສາດ, ພ້ອມທັງນໍາການຮ່ວມມືສອງຝ່າຍໃຫ້ເຂົ້າສູ່ລວງເລິກ.
ປີ 2025 ກໍ່ເປັນພະຍານຫຼັກຖານໃຫ້ແກ່ການມີໜ້າຂອງແຕ່ລະປະເທດທີ່ບັນດາເຫດການສຳຄັນຂອງກັນ. ພາຍຫຼັງຮູບພາບກ້ອນກໍາລັງຫວຽດນາມ ເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຢູ່ລັດເຊຍ, ລັດເຊຍ ກໍ່ໄດ້ສົ່ງຜູ້ຕາງໜ້າການນຳຂັ້ນສູງ ແລະກ້ອນກໍາລັງມາເຂົ້າຮ່ວມພິທີສວນສະໜາມ, ເດີນຂະບວນສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ.
ການນຳຂັ້ນສູງລັດເຊຍ ໄດ້ສົ່ງໂທລະເລກ, ຈົດໝາຍຊົມເຊີຍເຖິງການນຳຫວຽດນາມ, ໃນນັ້ນໄດ້ຊົມເຊີຍການນໍາ ແລະປະຊາຊົນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ພ້ອມທັງເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ລັດເຊຍ ແລະຫວຽດນາມ ພວມພັດທະນາຢ່າງຕັ້ງໜ້າ; ການສົມທົບຄວາມມານະພະຍາຍາມລວມໃນບັນຫາພາກພື້ນ ແລະສາກົນພວມນຳມາເຊິ່ງໝາກຜົນອັນດີງາມບົນຈິດໃຈເຄົາລົບນັບຖືເຊິ່ງກັນ ແລະກັນ ແລະພ້ອມກັນຄຳນຶງເຖິງຜົນປະໂຫຍດຂອງກັນ.
ໃນການຮ່ວມມືດ້ານວັດທະນະທຳ, ປີ 2025 ໄດ້ນຳມາເຊິ່ງຄວາມຕື່ນເຕັ້ນຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ. ໃນນັ້ນ, ພິເສດແມ່ນງານບຸນວັດທະນະທຳຫວຽດນາມ ທີ່ຈັດຕຸລັດແດງ ຢູ່ນະຄອນຫຼວງມົດສະກູ, ເຊິ່ງໄດ້ດຳເນີນແຕ່ທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ, ສາມາດດຶງດູດນັກທ່ອງທ່ຽວໄດ້ປະມານ 1 ລ້ານເທື່ອຄົນ, ສ້າງຈຸດພົ້ນເດັ່ນທີ່ມີຄວາມໝາຍໃນຊີວິດວັດທະນະທຳຂອງສອງປະເທດ. ໄດ້ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ລັດເຊຍ, ງານບຸນບໍ່ພຽງແຕ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກປະຊາຊົນລັດເຊຍເທົ່ານັ້ນ, ຫາກຍັງໄດ້ຮັບຄວາມສົນໃຈຈາກປະຊາຊົນຫວຽດນາມ ອີກດ້ວຍ.
ພາຍຫຼັງງານບຸນທີ່ປະທັບໃຈ, ຮູບພາບປະເທດ ແລະຊາວຫວຽດນາມ ສືບຕໍ່ໄດ້ຮັບການຕ້ອນຮັບຢ່າງແຂງແຮງຈາກປະຊາຊົນລັດເຊຍ; ຕໍ່ເລື່ອງນັກຮ້ອງ ດຶ໊ກຟຸກ, ຜູ້ຕາງໜ້າຫວຽດນາມ ທີ່ຫາກໍ່ເຂົ້າຮ່ວມ ແລະຍາດໄດ້ໄຊຊະນະໃນການແຂ່ງຂັນດົນຕີສາກົນ Intervision ໂດຍລັດເຊຍ ເປັນເຈົ້າພາບຈັດຕັ້ງ. ຜົນສຳເລັດອັນໃຫຍ່ຫຼວງຈາກການຮ່ວມມື, ການແລກປ່ຽນວັດທະນະທຳສືບຕໍ່ສະໜິດຕິດພັນປະຊາຊົນສອງປະເທດຢ່າງແໜ້ນແຟ້ນ, ຈາກນັ້ນສ້າງຄວາມສະດວກເພື່ອໃຫ້ຫວຽດນາມ ແລະລັດເຊຍ ສືບຕໍ່ຜັນຂະຫຍາຍບັນດາໂຄງການໃໝ່ໃນຫຼາຍຂົງເຂດໃນໄລຍະຈະມາເຖິງ.
ໂດຍເປັນສັກຂີພິຍານ ແລະຮ່ວມເດີນທາງໄປພ້ອມກັບຄວາມຄືບໜ້າໃນການພົວພັນສອງປະເທດ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລັດເຊຍ ເນັ້ນໜັກວ່າ ການພົວພັນ ຫວຽດນາມ-ລັດເຊຍ ພວມ “ຫັນປ່ຽນຕົນເອງ”, ມີພະລັງແຮງເພື່ອຮ່ວມມືຢ່າງຮອບດ້ານ, ແທດຈິງ. ການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈຫຼາຍຂຶ້ນກວ່າເກົ່າ, ການຮ່ວມມືໃນບັນດາຂົງເຂດມີຄວາມຂະຫຍັນຂັນເຄື່ອນ ແລະມີປະສິດທິຜົນ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ສອງຝ່າຍໄດ້ພົບເຫັນກໍາລັງໜູນໃຫ້ແກ່ການຮ່ວມມືທີ່ເປັນມູນເຊື້ອຕື່ມອີກ, ພ້ອມທັງເປີດກວ້າງທິດທາງຮ່ວມມືໃໝ່, ຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ນີ້ແມ່ນຂໍ້ສະດວກເພື່ອໃຫ້ສອງປະເທດສືບຕໍ່ປີ 2025 ດ້ວຍການເຄື່ອນໄຫວຫຼາຍເຫດການຂະໜາດໃຫຍ່ໃນໄລຍະຈະມາເຖິງ.
ໂດຍ: ເຈິ່ນຮວ່ຽນ