    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມວາລະກອງປະຊຸມຄະນະບໍລິຫານງານສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 46. ພາບ: ແມ້ງຖັ໋ງ. |
ວາລະກອງປະຊຸມໂດຍປະທານສະພາຕໍ່າມາເລເຊຍ, ປະທານ AIPA-46, ເປັນປະທານ ດ້ວຍການເຂົ້າຮ່ວມຂອງຫົວໜ້າຄະນະບັນດາສະພາແຫ່ງຊາດສະມາຊິກ AIPA ແລະເລຂາທິການໃຫຍ່ AIPA. ນີ້ແມ່ນການເຄື່ອນໄຫວສຳຄັນທຳອິດໃນຂອບເຂດກອງປະຊຸມສະມັດຊາໃຫຍ່ AIPA-46 ເພື່ອທົບທວນຄືນ ແລະເປັນເອກະພາບໂຄງການດໍາເນີນງານ, ເນື້ອໃນປຶກສາຫາລືຂອງບັນດາກຳມາທິການ, ບັນຊີລາຍຊື່ບັນດາຮ່າງມະຕິ ແລະເນື້ອໃນສຳຄັນອື່ນທີ່ຈະປຶກສາຫາລື ແລະຮັບຮອງເອົາທີ່ກອງປະຊຸມ.
    |
 |
ບັນຍາກາດວາລະກອງປະຊຸມຄະນະບໍລິຫານງານສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 46. ພາບ: ແມ້ງຖັ໋ງ. |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງວຽກງານກະກຽມຂອງມາເລເຊຍ; ຢືນຢັນວ່າ ຄະນະຜູ້ແທນຫວຽດນາມ ສະໜັບສະໜູນ ແລະຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດມາເລເຊຍ ແລະບັນດາສະພາແຫ່ງຊາດສະມາຊິກ AIPA, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດລວມຂອງ AIPA-46, ປະກອບສ່ວນຊຸກຍູ້ການພັດທະນາລວມ ແລະຍືນຍົງໃນພາກພື້ນ. ທ່ານປະທານສະພາແຫ່ງຊາດຫວຽດນາມ ກໍ່ຕີລາຄາສູງການສະໜັບສະໜູນຂອງສະພາແຫ່ງຊາດ/ລັດຖະສະພາບັນດາປະເທດສະມາຊິກ ຕໍ່ຮ່າງມະຕິ ໂດຍຫວຽດນາມ ສະເໜີ. ມະຕິດັ່ງກ່າວໄດ້ຍື່ນສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ AIPA-46 ຮັບຮອງເອົາ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດບຸລິມະສິດ ຄື: ເສດຖະກິດດີຈີຕອນ ແລະການຫັນເປັນດີຈີຕອນ, ຄວາມໝັ້ນຄົງທາງໄຊເບີ, ເພີ່ມທະວີການພົວພັນການຄ້າພາຍໃນກຸ່ມ... ແລະເສີມຂະຫຍາຍບົດບາດຂອງການທູດລັດຖະສະພາໃນການຮັກສາສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ.
* ກໍ່ໃນວັນທີ 17 ກັນຍາ, ບັນດາຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມການສົນທະນາ ອາຊຽນ - AIPA ຄັ້ງທີ 4 ດ້ວຍຫົວຂໍ້ “ສ້າງອະນາຄົດຮອບດ້ານ ແລະຍືນຍົງ”; ເວທີປາໄສຜູ້ນຳຍິງ AIPA ດ້ວຍຫົວຂໍ້ “ຜູ້ນຳຍິງໃນການບໍລິຫານໃນອະນາຄົດ: ນຳພາການຫັນເປັນດີຈີຕອນ ແລະການພັດທະນາແບບຍືນຍົງ”; ວາລະປຶກສາຫາລືສະມາຊິກລັດຖະສະພາໜຸ່ມ AIPA ດ້ວຍຫົວຂໍ້ “ຊາວໜຸ່ມກະທໍາ”.
* ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA-46, ຕອນເຊົ້າວັນທີ 17 ກັນຍາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ ແລະທ່ານນາງ Maria Fernanda Lay ປະທານສະພາແຫ່ງຊາດ ຕີມໍ ແລສເຕ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານນາງ Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ. ພາບ: ແມ້ງຖັ໋ງ. |
ທີ່ການພົບປະກັບປະທານສະພາແຫ່ງຊາດກໍາປູເຈຍ, ທ່ານ ເຈິ່ນແທັງເໝິນ ແລະທ່ານນາງ Khuon Sudary ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດເວົ້າລວມ ກໍ່ຄືລະຫວ່າງບັນດາອົງການນິຕິບັນຍັດສອງປະເທດເວົ້າສະເພາະ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາໃນໄລຍະຜ່ານມາ; ການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໃນນັ້ນມີທັງຂັ້ນກໍາມາທິການ, ສະມາຊິກລັດຖະສະພາ, ກຸ່ມສະມາຊິກລັດຖະສະພາມິດຕະພາບ ໄດ້ຮັບການຮັກສາ.
ການນຳສອງທ່ານ ກໍ່ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຕ້ອງສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ແລກປ່ຽນຄະນະຜູ້ແທນ, ການພົບປະທຸກຂັ້ນໃນທຸກຊ່ອງທາງເປັນປົກກະຕິ; ຮັກສາການພົບປະລະຫວ່າງລັດຖະສະພາສອງປະເທດ ເພື່ອແລກປ່ຽນບົດຮຽນໃນຂົງເຂດນິຕິບັນຍັດ; ພ້ອມກັນນັ້ນ ສືບຕໍ່ເສີມຂະຫຍາຍບົດບາດຂອງອົງການນິຕິບັນຍັດສອງປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ; ຕິດຕາມກວດກາການຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະວິສາຫະກິດຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາສົນທິສັນຍາ, ສັນຍາ ແລະຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ.
ແລກປ່ຽນກ່ຽວກັບບັນຫາສາກົນ, ການນຳສອງທ່ານ ເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນຫຼາຍຝ່າຍ, ໃນນັ້ນມີເວທີປາໄສລະຫວ່າງລັດຖະສະພາ, ເນັ້ນໜັກເຖິງບົດບາດໃຈກາງຂອງອາຊຽນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ກໍ່ຄື ໃນໂລກ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານນາງ Maria Fernanda Lay ປະທານສະພາແຫ່ງຊາດ ຕີມໍ ແລສເຕ. ພາບ: ແມ້ງ ຖັ໋ງ. |
* ທີ່ການພົບປະກັບປະທານສະພາແຫ່ງຊາດ ຕີມໍ ແລສເຕ, ທ່ານ ເຈິ່ນແທັງເໝິນ ຊົມເຊີຍເລື່ອງ ຕີມໍ ແລສເຕ ຈະມາເຖິງຈະກາຍເປັນສະມາຊິກທີ 11 ຂອງອາຊຽນ ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນເດືອນຕຸລາ 2025 ແລະຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ ແລະປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະພາກພື້ນ, ໃນນັ້ນມີ ຕີມໍ ແລສເຕ.
ທ່ານນາງ Maria Fernanda Lay ຂອບໃຈຢ່າງຈິງໃຈຕໍ່ຫວຽດນາມ ທີ່ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ຕີມໍ ແລສເຕ ນັບແຕ່ເມື່ອ ຕີມໍ ແລສເຕ ເປັນປະເທດສັງເກດການ ແລະຈະກາຍເປັນສະມາຊິກອາຊຽນຢ່າງເຕັມທີ່ໃນໄວໆນີ້. ທ່ານນາງ Maria Fernanda Lay ປາດຖະໜາວ່າ ຫວຽດນາມ ຈະເປີດສະຖານທູດ ປະຈຳຢູ່ ຕີມໍ ແລສເຕ ໂດຍໄວ ແລະຂອບໃຈຫວຽດນາມ ທີ່ຍາມໃດກໍ່ຮ່ວມມືຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ ຕີມໍ ແລສເຕ.
ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ການນຳສອງປະເທດເຫັນດີເພີ່ມທະວີກວ່າອີກການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ໂດຍຜ່ານບັນດາມາດຕະການ ຄື: ການແລກປ່ຽນຄະນະຜູ້ແທນ; ແບ່ງປັນປະສົບການດ້ານນິຕິບັນຍັດ, ປັບປຸງລະບຽບການ; ແບ່ງປັນຂໍ້ມູນຂ່າວສານ ແລະປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງລັດຖະສະພາ; ສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ໃນນັ້ນມີການເຊື່ອມຕໍ່ເສດຖະກິດ, ທ້ອງຖິ່ນ, ວິສະຫາກິດ ແລະພົບປະແລກປ່ຽນປະຊາຊົນ...
ແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ສອງຝ່າຍລ້ວນແຕ່ເນັ້ນໜັກເຖິງການເພີ່ມທະວີການຮ່ວມມື, ປັບປຸງຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ, ໂດຍສະເພາະແມ່ນໃນບັນຫາພາກພື້ນ, ປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ກໍຄື ສາກົນ ແລະບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.
    |
 |
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ແລະເຮັດວຽກກັບການນໍາ Petronas. ພາບ: ແມ້ງຖັ໋ງ. |
* ຕອນບ່າຍວັນທີ 17 ກັນຍາ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບການນຳກຸ່ມບໍລິສັດນ້ຳມັນອາຍແກັສແຫ່ງຊາດມາເລເຊຍ (Petronas) ຢູ່ Petronas Twin Tower - ຕຶກແຝດ ທີ່ມີຊື່ສຽງ, ເປັນສັນຍາລັກແຫ່ງການພັດທະນາຂອງມາເລເຊຍ.
ໂດຍ: ໄຊຊະນະ