ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ແມ່ນປະເທດແຄມທະເລ, ເພື່ອບັນລຸເປົ້າໝາຍຍຸດທະສາດກ່ຽວກັບການພັດທະນາປະເທດໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງກາຍເປັນປະເທດມະຫາອຳນາດທາງທະເລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ; ສະເໜີສະຫະພັນລັດເຊຍ ໃນຖານະເປັນປະເທດມະຫາອຳນາດທີ່ມີປະສົບການຫຼາຍດ້ານກ່ຽວກັບການເຄື່ອນໄຫວໃນຂົງເຂດທະເລ, ຈະໜູນຊ່ວຍ ແລະຮ່ວມມືກັບຫວຽດນາມບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ສອດຄ່ອງກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ. ພາບ: qdnd.vn |
ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນສອງຝ່າຍໃນທຸກຂົງເຂດໃນໄລຍະຜ່ານມາ, ທ່ານ ໂຕເລິມ ສະເໜີໃຫ້ສະພາທະເລສະຫະພັນລັດເຊຍ ແລະ ທ່ານ Patrushev ສະໜັບສະໜູນ ແລະຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຂົງເຂດຄົ້ນຄວ້ານະໂຍບາຍທາງທະເລ, ຄົ້ນຄວ້າວິທະຍາສາດທະເລ ແລະມະຫາສະໝຸດ, ພັດທະນາລະບົບພື້ນຖານໂຄງລ່າງທາງທະເລ, ເສັ້ນທາງຄົມມະນາຄົມທາງທະເລ, ລະບົບຂົນສົ່ງ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ; ສະໜັບສະໜູນຫວຽດນາມ ໃນການຄຸ້ມຄອງ ແລະຂຸດຄົ້ນທະເລຢ່າງຍືນຍົງ ແລະມີປະສິດທິຜົນທີ່ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ. ພາບ: qdnd.vn |
ທ່ານ Patrushev ຢືນຢັນວ່າ ລັດເຊຍ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ຄືເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງລັດເຊຍ ຢູ່ພາກພື້ນອາຊີ - ປາຊີຟິກ...
ທ່ານ ໂຕເລິມ ຢືນຢັນການສະໜັບສະໜູນລັດເຊຍ ຍົກສູງບົດບາດ ແລະທັດສະນະຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ; ສະເໜີຝ່າຍລັດເຊຍ ສະໜັບສະໜູນຫຼັກໝັ້ນ ແລະທັດສະນະຂອງຫວຽດນາມ ແລະອາຊຽນ ທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ ບົນພື້ນຖານການເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ທ່ານ Patrushev ໄດ້ໃຫ້ກຽດມອບຫຼຽນໄຊເພື່ອການຮ່ວມມືໃນຂົງເຂດທະເລໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ ເພື່ອຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ເວົ້າລວມ ແລະບົດບາດທີ່ມີລັກສະນະກໍານົດທິດກ່ຽວກັບການຮ່ວມມືສອງຝ່າຍໃນຂົງເຂດທະເລ.
* ວັນທີ 16 ກັນຍາ, ທີ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ. ພາບ: qdnd.vn |
ທີ່ການຕ້ອນຮັບ, ທ່ານ ເລືອງເກື່ອງ ຕີລາຄາສູງການຢ້ຽມຢາມຫວຽດນາມ ຂອງທ່ານ Patrushev, ຖືນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືສຳຄັນຂອງສອງປະເທດ ເພື່ອນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ຂຶ້ນສູ່ລະດັບສູງໃໝ່.
ທ່ານປະທານປະເທດ ສະເໜີສະພາທະເລ ສະຫະພັນລັດເຊຍ ສະໜັບສະໜູນການຊຸກຍູ້ການຮ່ວມມື, ໜູນຊ່ວຍຫວຽດນາມ ໃນຂົງເຂດທະເລ, ກໍຄືໃນຂົງເຂດທີ່ເປັນມູນເຊື້ອ ແລະເປັນເສົາຄໍ້າ ຄື ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພະລັງງານ-ນໍ້າມັນອາຍແກັສ, ເສດຖະກິດ - ການຄ້າ, ການສຶກສາ - ບໍາລຸງສ້າງ, ຄົມມະນາຄົມຂົນສົ່ງ... ທີ່ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະຝ່າຍ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາລວມຢູ່ພາກພື້ນ ແລະ ໃນໂລກ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທ່ານປະທານປະເທດ ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ ແລະຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ; ສະເໜີ ລັດເຊຍ ສືບຕໍ່ມີທັດສະນະສະໜັບສະໜູນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
ສ່ວນທ່ານ Patrushev ຢືນຢັນວ່າ ສະພາທະເລ ສະຫະພັນລັດເຊຍ ຈະສືບຕໍ່ສະໜັບສະໜູນການເປີດກວ້າງຂົງເຂດຮ່ວມມືກັບຫວຽດນາມ ກວ່າອີກ, ໃນນັ້ນມີການຮ່ວມມືທາງທະເລລະຫວ່າງສອງປະເທດ ໂດຍຈຸດສຸມແມ່ນຂົງເຂດຄົ້ນຄວ້າວິທະຍາສາດ-ເຕັກນິກໃນຂົງເຂດທະເລ.
ຕອນເຊົ້າວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະພາທະເລສະຫະພັນລັດເຊຍ ນຳໂດຍທ່ານ Nikolai Patrushev, ຜູ້ຊ່ວຍປະທານາທິບໍດີ, ປະທານສະພາທະເລ ສະຫະພັນລັດເຊຍ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ສູນເຂດຮ້ອນຫວຽດນາມ - ລັດເຊຍ. ທ່ານພົນໂທ ຫງວຽນເຈື່ອງຖັ໋ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານການຕ້ອນຮັບຄະນະ.
ໂດຍ: ໄຊຊະນະ