ຫວຽດນາມ ຕັ້ງໜ້າເຂົ້າຮ່ວມພ້ອມກັບອາຊຽນ ໃນການປ້ອງກັນ ແລະຕ້ານອາດຊະຍາກຳຂ້າມຊາຍແດນ
ກປ.ອອນໄລ - ຫວຽດນາມ ພ້ອມກັບ 9 ປະເທດອາຊຽນ ໄດ້ລົງນາມໃນຖະແຫຼງການ Sanur Bali ຢູ່ ອິນໂດເນເຊຍ, ໃຫ້ຄຳໝັ້ນສັນຍາຈະຮ່ວມມືຕ້ານອາດຊະຍາກຳຂ້າມຊາຍແດນ ຄື: ການສໍ້ໂກງ, ການສໍ້ລາດບັງຫຼວງ, ການຟອກເງິນ.
ວັນທີ 15 ກັນຍາ, ຢູ່ Bali, ອິນໂດເນເຊຍ, ທ່ານ ຫງວຽນຮຸຍຕ໊ຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະຫົວໜ້າອົງການໄອຍະການ 9 ປະເທດສະມາຊິກອາຊຽນ, ລວມມີ ອິນໂດເນເຊຍ, ບຣູໄນ, ກຳປູເຈຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ ແລະໄທ ໄດ້ລົງນາມໃນຖະແຫຼງການຮ່ວມເພື່ອຊຸກຍູ້ການຮ່ວມມືໃນການແກ້ໄຂອາດຊະຍາກຳຂ້າມຊາຍແດນ.
    |
 |
ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມຖະແຫຼງການ Sanur Bali ໃນວັນທີ 15 ກັນຍາ 2025 ທີ່ອິນໂດເນເຊຍ. ພາບ: ໄອຍະການປະຊາຊົນສູງສຸດ |
ຖະແຫຼງການ Sanur Bali ໄດ້ຮັບການຮັບຮອງເອົາໃນກອງປະຊຸມຫົວໜ້າອົງການໄອຍະການອາຊຽນ (APAGM) ທີ່ Bali. ໃນຖະແຫຼງການ, ໄອຍະການອາຊຽນ ໃຫ້ຄຳໝັ້ນສັນຍາຈະສົມທົບກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອແກ້ໄຂສະພາບການອາດຊະຍາກຳຂ້າມຊາດ ເຊັ່ນ: ການຫຼິ້ນໄພ້ທາງອອນລາຍ, ການສໍ້ໂກງ, ການສໍ້ລາດບັງຫຼວງ, ການຟອກເງິນ...
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Sanitiar Burhanuddin ຫົວໜ້າອົງການໄອຍະການ ອິນໂດເນເຊຍ ໃຫ້ຮູ້ວ່າ, ຖະແຫຼງການ Sanur Bali ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາຮ່ວມ ກ່ຽວກັບການປະຕິບັດກົດໝາຍຢ່າງຍຸຕິທໍາຢູ່ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນຄວາມມານະພະຍາຍາມ ເພື່ອຫຼຸດຜ່ອນອາດຊະຍາກຳທີ່ເກີນສິດອຳນາດຂອງແຕ່ລະປະເທດ.
ໂດຍ: ໄຊນີດາ