ເຂົ້າຮ່ວມການເຮັດວຽກມີບັນດາສະຫາຍກຳມະການກົມການເມືອງ: ພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ພົນເອກ ເລືອງຕາມກວາງ, ເລຂາຄະນະພັກຕໍາຫຼວດສູນກາງ, ລັດຖະມົນຕີກະຊວງຕຳຫຼວດ; ພ້ອມດ້ວຍຜູ້ຕາງໜ້າການນໍາບັນດາອົງການ, ກົມກອງທີ່ກ່ຽວຂ້ອງ.
    |
 |
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: qdnd.vn |
ທີ່ການເຮັດວຽກ, ບົນພື້ນຖານຄໍາເຈາະຈີ້ມປຶກສາຫາລືຂອງທ່ານເລຂາທິການໃຫຍ່, ການນຳບັນດາອົງການ ໄດ້ແລກປ່ຽນ, ໄຈ້ແຍກຢ່າງເລິກເຊິ່ງກ່ຽວກັບການຜັນແປຂອງສະພາບການໂລກ ແລະພາກພື້ນ, ຄາດຄະເນຜົນກະທົບຕໍ່ຫວຽດນາມ ແລະທິດທາງວຽກງານການຕ່າງປະເທດ ເພື່ອຮັບໃຊ້ໜ້າທີ່ຈຸດສຸມຂອງປະເທດໃນໄລຍະຈະມາເຖິງ. ສະຫາຍ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຢືນຢັນວ່າ: ເຖິງວ່າ ສັນຕິພາບ, ການຮ່ວມມື ແລະການພັດທະນາຍັງຄົງແມ່ນທ່າອ່ຽງໃຫຍ່ກໍ່ຕາມ, ແຕ່ສະພາບການໂລກພວມຜັນແປໄປຢ່າງວ່ອງໄວ, ສັບສົນ, ຄາດເດົາໄດ້ຍາກ, ສົ່ງຜົນກະທົບເຖິງຄວາມໝັ້ນຄົງ ແລະການພັດທະນາຂອງປະເທດໃນຫຼາຍດ້ານ. ໃນສະພາບການນັ້ນ, ໜ້າທີ່ສຳຄັນຂອງວຽກງານການຕ່າງປະເທດໃນໄລຍະຈະມາເຖິງແມ່ນຕ້ອງປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ ແລະປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະບັນດາແຜນນະໂຍບາຍໃຫຍ່ ເຊິ່ງ ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ວາງອອກໃນໄລຍະຜ່ານມາ ເພື່ອເປີດເສັ້ນທາງໃຫ້ແກ່ສັງກາດບືນຕົວຂຶ້ນພັດທະນາປະເທດເຂັ້ມແຂງແຮງກ້າ ແລະວັດທະນາຖາວອນ.
    |
 |
ບັນດາຜູ້ແທນ ທີ່ການເຮັດວຽກ. ພາບ: qdnd.vn |
ແບ່ງປັນກັບຂໍ້ສັງເກດ ແລະການຕີລາຄາຂອງຄະນະພັກກະຊວງການຕ່າງປະເທດ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ເຖິງວ່າ ໃນໄລຍະຜ່ານມາສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນກໍ່ຕາມ ແຕ່ຫວຽດນາມ ໄດ້ມານະພະຍາຍາມເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາຄູ່ຮ່ວມມື, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປີດກວ້າງ ແລະເຮັດໃຫ້ການພົວພັນຕ່າງປະເທດກັບບັນດາປະເທດ, ໃນນັ້ນ ມີການທູດປ້ອງກັນຊາດ ເລິກເຊິ່ງຂຶ້ນຕື່ມ.
ກ່າວຄຳເຫັນຊີ້ນໍາ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາຄໍາເຫັນປະກອບທີ່ຈິງໃຈ ແລະເລິກເຊິ່ງຂອງການນຳຄະນະພັກກະຊວງການຕ່າງປະເທດ, ຄະນະພັກການທະຫານສູນກາງ ແລະຄະນະພັກຕໍາຫຼວດສູນກາງ. ສືບຕໍ່ຢັ້ງຢືນທັດສະນະຊີ້ນຳຂອງພັກກ່ຽວກັບການຍູ້ແຮງວຽກງານການຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນແມ່ນໜ້າທີ່ “ສຳຄັນຍິ່ງ ແລະເປັນປະຈຳ”, ທ່ານເລຂາທິການໃຫຍ່ ເນັ້ນໜັກເຖິງຄວາມສຳຄັນຂອງການສົມທົບ 3 ເສົາຄ້ຳ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ - ການຕ່າງປະເທດ. ທ່ານເລຂາທິການໃຫຍ່ ສະເໜີໃຫ້ຄະນະພັກກະຊວງການຕ່າງປະເທດສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນໃນການຜັນຂະຫຍາຍບັນດາໜ້າທີ່ການຕ່າງປະເທດ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງເປັນເຈົ້າການ, ຄົບຊຸດ, ມີປະສິດທິຜົນ...
ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ການທູດຫວຽດນາມ ຈະສືບຕໍ່ສ້າງສັນຕິພາບ, ເປີດກວ້າງການພັດທະນາ, ຍົກສູງທີ່ຕັ້ງຂອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດ 2 ເປົ້າໝາຍ 100 ປີ ເຊິ່ງ ພັກ ໄດ້ວາງອອກ ຢ່າງມີໄຊ, ນໍາຫວຽດນາມ ພັດທະນາປະເທດໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ ແລະຍືນຍົງຄົງຕົວ.
ໂດຍ: ໄຊຊະນະ