ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ເລື່ອງ ຕີມໍ ແລັດເຕ ຈະເປັນສະມາຊິກທີ 11 ຂອງອາຊຽນ ໂດຍໄວນີ້ ແມ່ນເຫດການປະຫວັດສາດ, ຢັ້ງຢືນທີ່ຕັ້ງ, ອິດທິພົນຊື່ສຽງ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢ້ັງຂອງ ຕີມໍ ແລັດເຕ; ທ່ານ ເຊື່ອໝັ້ນວ່າ ຕີມໍ ແລັດເຕ ຈະພ້ອມກັບບັນດາປະເທດສະມາຊິກອາຊຽນ ກໍ່ສ້າງປະຊາຄົມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະພັດທະນາແບບຍືນຍົງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ແລະທ່ານ Bendito dos Santos Freitas ລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມື ຕີມໍ ແລັດເຕ. ພາບ: ສໍານັກຂ່າວສານຫວຽດນາມ

ບົນພື້ນຖານການຮ່ວມມືດ້ານໂທລະຄົມມະນາຄົມ, ຜ່ານໂຄງການຮ່ວມມືລົງທຶນ Telemor ປະສົບຜົນສຳເລັດ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ການຮ່ວມມືດ້ານການຄ້າ - ການລົງທຶນຈະມີການເຕີບໂຕຢ່າງກະໂດດຂັ້ນໂດຍໄວ; ສະເໜີໃຫ້ສອງຝ່າຍຊຸກຍູ້ການເຈລະຈາກ່ຽວກັບສັນຍາການຄ້າ, ການປົກປ້ອງການລົງທຶນ, ແຮງງານ, ການຍົກເວັ້ນວີຊາໃຫ້ແກ່ຜູ້ຖືໜັງສືຜ່ານແດນທໍາມະດາ; ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າ, ນ້ໍາມັນອາຍແກັສ, ການບໍລິການດີຈີຕອນ ແລະອື່ນໆ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ສອງປະເທດຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໂທລະຄົມມະນາຄົມ, ການສຶກສາ ແລະບຳລຸງສ້າງ, ພະລັງງານສະອາດ, ເຕັກໂນໂລຢີສູງ ແລະອື່ນໆ; ໝູນໃຊ້ທ່າອ່ຽງໃໝ່ຢ່າງມີປະສິດທິຜົນ, ເຊັ່ນ: ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ພະລັງງານສະອາດ, ນະວັດຕະກຳ ແລະປັນຍາປະດິດ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ຕີມໍໍ ແລັດເຕີ ສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ແລະພ້ອມກັນມານະພະຍາຍາມເພື່ອບັນລຸ COC ມີປະສິດທິພາບຢ່າງແທ້ຈິງ, ມີເນື້ອແທ້, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນກໍ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.

ສ່ວນທ່ານ Bendito dos Santos Freitas ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ຕີມໍ ແລັດເຕ ໃນວິວັດການ ຕີມໍ ແລັດເຕ ຫັນປ່ຽນ ແລະຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ, ຜ່ານການພັດທະນາກະສິກຳ, ການປະມົງ, ການທ່ອງທ່ຽວ, ການປຸງແຕ່ງສະບຽງອາຫານ... ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ