ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງເວທີປາໄສເສດຖະກິດເອກະຊົນຫວຽດນາມ ປີ 2025
ກປ.ອອນໄລ - ທີ່ເວທີປາໄສເສດຖະກິດເອກະຊົນ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮຽກຮ້ອງໃຫ້ບັນດາວິສາຫະກິດ ປ່ຽນແປງໃໝ່ຈິນຕະນາການ, ນຳໃຊ້ເຕັກໂນໂລຢີ, ຊຸກຍູ້ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງເວທີປາໄສເສດຖະກິດເອກະຊົນຫວຽດນາມ (VPSF) 2025. ພາບ: vov.vn |
ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ປາດຖະໜາວ່າ ບັນດາວິສາຫະກິດ ແລະນັກທຸລະກິດ ຈະປະຕິບັດແນວທາງ ແລະແຜນນະໂຍບາຍຂອງພັກ ແລະລັດຢ່າງເຂັ້ມງວດ, ສະແດງໃຫ້ເຫັນຈັນຍາບັນຂອງການດຳເນີນທຸລະກິດ ແລະຄວາມຮັບຜິດຊອບຕໍ່ສັງຄົມ, ຮ່ວມເດີນທາງກັບພັກ, ລັດ ແລະປະຊາຊົນ ໃນການຍຶດໝັ້ນເສັ້ນທາງເອກະລາດແຫ່ງຊາດ ແລະລັດທິສັງຄົມນິຍົມ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: vov.vn |
ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: “ຂ້າພະເຈົ້າ ຫວັງວ່າ ພວກເພື່ອນ ຈະສ້າງກຳລັງໜູນ, ສົ່ງແຮງບັນດານໃຈໃຫ້ແກ່ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ສະແດງໃຫ້ເຫັນກຳລັງແຮງຂອງນັກທຸລະກິດ, ຊຸກຍູ້ກໍາລັງແຮງຂອງປະຊາຊົນ, ກໍາລັງແຮງຂອງຊາດ. ພວກເພື່ອນ ຈົ່ງສະແດງໃຫ້ເຫັນຢ່າງຈະແຈ້ງເຖິງກຳລັງແຮງຂອງນັກທຸລະກິດ, ປະກອບສ່ວນຊຸກຍູ້, ສ້າງກຳລັງແຮງຂອງຊາດ, ກຳລັງແຮງຂອງປະເທດ.
    |
 |
ບັນຍາກາດທີ່ກອງປະຊຸມສົນທະນາ. ພາບ: vov.vn |
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາວິສາຫະກິດ ຖືເປັນສໍາຄັນການໝູນໃຊ້ເຕັກໂນໂລຢີ, ນະວັດຕະກໍາ ເພື່ອປັບປຸງ, ພັດທະນາບັນດາກໍາລັງເຕີບໂຕໃໝ່. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ປະຊາຄົມວິສາຫະກິດ ແລະນັກທຸລະກິດ ຮ່ວມເດີນທາງກັບລັດຖະບານ, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ ຍູ້ແຮງການປະຕິບັດ 3 ບຸກທະລຸຍຸດທະສາດ..."; ປັບປຸງມາດຕະການຢ່າງບໍ່ຢຸດຢັ້ງ, ຍາດແຍ່ງກາລະໂອກາດ, ກຳນົດທິດຢ່າງກ້າຫານ, ມີຫົວຄິດປະດິດສ້າງ, ບໍ່ພຽງແຕ່ເພື່ອພັດທະນາຕົນເອງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ອີກດ້ວຍ; ຜັນຂະຫາຍຢ່າງແຂງແຮງບັນດາໂຄງການໜູນຊ່ວຍຊາວໜຸ່ມເລີ່ມທຸລະກິດ, ປ່ຽນແປງໃໝ່ປະດິດສ້າງ; ຈັດຕ້ັງຂະບວນການປະຕິວັດສ້າງຄວາມຮັ່ງມີອັນຊອບທໍາໃນຊາວໜຸ່ມ ຕິດພັນກັບການພັດທະນາຊັບພະຍາກອນທີ່ມີຄຸນນະພາບສູງໃຫ້ແກ່ສັງກາດດີຈີຕອນ.
ໂດຍ: ໄຊນີດາ