ທ່ານ Han Zheng ຮອງປະທານປະເທດຈີນ ໄດ້ຊົມເຊີຍ, ຕີລາຄາສູງທ່ານ ມາຍວັນຈິ໊ງ ຮອງນາຍົກລັດຖະມົນຕີ ນຳໜ້າຄະນະຜູ້ແທນລັດຖະບານຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດ CAEXPO ແລະກອງປະຊຸມ CABIS ຄັ້ງທີ 22, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງເຫດການ.

leftcenterrightdel
ທ່ານ ມາຍວັນຈິ໊ງ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Han Zheng ຮອງປະທານປະເທດແຫ່ງ ສປ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະລັດຖະບານຫວຽດນາມ ແມ່ນໃຫ້ບຸລິມະສິດອັນດັບໜຶ່ງໃນການພັດທະນາການພົວພັນກັບຈີນ, ທ່ານ ມາຍວັນຈິ໊ງ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີໃຫ້ສອງຝ່າຍປັບປຸງການພົວພັນທາງດ້ານການເມືອງທີ່ດີງາມກວ່າອີກ, ຮັກສາບັນດາການເຄື່ອນໄຫວແລກປ່ຽນ, ພົບປະຂັ້ນສູງຢ່າງເປັນປະຈໍາ ແລະມີໄຫວພິບ; ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືຜ່ານບັນດາຊ່ອງທາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ; ເສີມຂະຫຍາຍບັນດາກົນໄກເຈລະຈາທີ່ສຳຄັນລະຫວ່າງສອງປະເທດເປັນຢ່າງດີ.

ທ່ານ Han Zheng ຮອງປະທານປະເທດຈີນ ຢືນຢັນວ່າ ຈີນ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບຫວຽດນາມ, ໂດຍເລີ່ມຈາກຍຸດທະສາດ ແລະວິໄສທັດຍາວນານ; ເຫັນດີເປັນເອກະສັນກັນວ່າ ສອງຝ່າຍຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນ, ເຮັດໃຫ້ການແລກປ່ຽນບົດຮຽນໃນການກໍ່ສ້າງພັກ ແລະການຄຸ້ມຄອງປະເທດຊາດ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງເລິກເຊິ່ງກ່ວາອີກ, ຜ່ານນັ້ນເພີ່ມທະວີຄວາມເຂົ້າໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ.

*ໃນວັນດຽວກັນ, ຢູ່ນະຄອນໜານໜິງ, ທ່ານ ມາຍວັນຈິ໊ງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Chen Gang ເລຂາພັກເຂດປົກຄອງຕົນເອງເຜົ່າຈວາງ, ແຂວງກວາງຊີ, ປະເທດຈີນ.

ໂດຍ: ຈາງຫງວຽນ