ນີ້ແມ່ນການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທຳອິດຂອງທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ນັບແຕ່ ທ່ານນາງ ຂຶ້ນດໍາລົງຕໍາແໜ່ງ. ການຢ້ຽມຢາມໄດ້ດຳເນີນໄປໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອົດສະຕາລີ ສືບຕໍ່ພັດທະນາຢ່າງແຂງແຮງ. ສອງປະເທດມີຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດສູງ ແລະແບ່ງປັນວິໄສທັດ, ທັດສະນະລວມໃນຫຼາຍບັນຫາພາກພື້ນ ແລະສາກົນ.
ອົດສະຕາລີ ໃຫ້ບຸລິມະສິດສູງສຸດໃນການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະຫວຽດນາມ ເປັນຄູ່ຮ່ວມມືສຳຄັນຂອງອົດສະຕາລີ ດ້ວຍອິດທິພົນຫຼາຍໃນພາກພື້ນ. ກ່ອນນີ້ 52 ປີ, ສອງປະເທດ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ.
ຜ່ານໄລຍະທາງກວ່າເຄິ່ງສະຕະວັດ, ຫວຽດນາມ ແລະອົດສະຕາລີ ໄດ້ສ້າງສາຍພົວພັນອັນໜັກແໜ້ນ, ຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ. ສອງຝ່າຍສືບຕໍ່ຮັກສາການພົວພັນ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ ກໍຄື ບັນດາກົນໄກຮ່ວມມື, ການເຈລະຈາຢ່າງເປັນປະຈໍາ.
ໄປຄຽງຄູ່ກັບການພົວພັນທາງດ້ານການເມືອງ-ການທູດອັນດີງາມນັ້ນ, ການຮ່ວມມືດ້ານເສດຖະກິດ-ການຄ້າ ກໍ ພັດທະນາຢ່າງແຂງແຮງ, ກາຍເປັນຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ເຖິງວ່າຕັ້ງຢູ່ສອງພາກພື້ນທີ່ແຕກຕ່າງກັນ, ແຕ່ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ກັບອົດສະຕາລີ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນເມື່ອສອງປະເທດແມ່ນສະມາຊິກຂອງສັນຍາການຄ້າເສລີ ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ສັນຍາສ້າງຕັ້ງເຂດການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA), ໄດ້ນໍາມາເຊິ່ງບຸລິມະສຸດພິເສດ ກ່ຽວກັບພາສີ.
ຄຽງຂ້າງນັ້ນ, ການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນມີນາ ປີ 2024 ໄດ້ເປີດກາລະໂອກາດ ສຳຄັນເພື່ອໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ກັບອົດສະຕາລີ ເຂົ້າສູ່ໄລຍະພັດທະນາໃໝ່. ວົງເງິນການຄ້າສອງຝ່າຍໃນປີ 2024 ບັນລຸ 14,1 ຕື້ USD, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ປະຈຸບັນ, ອົດສະຕາລີ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 7 ຂອງຫວຽດນາມ ແລະ ຫວຽດນາມ ເປັນຄູ່ຮ່ວມມືໃຫຍ່ອັນດັບ 10 ຂອງອົດສະຕາລີ. ຄິດໄລ່ 6 ເດືອນຕົ້ນປີ 2025, ອົດສະຕາລີ ມີໂຄງການລົງທຶນຢູ່ ຫວຽດນາມ 864 ໂຄງການ ດ້ວຍເງິນລົງທຶນທັງໝົດ 3,38 ຕື້ USD. ຫວຽດນາມ ມີໂຄງການລົງທຶນ ຢູ່ອົດສະຕາລີ 93 ໂຄງການ ດ້ວຍເງິນລົງທຶນທັງໝົດກວ່າ 551 ລ້ານ USD, ຢືນອັນດັບທີ 11 ໃນຈຳນວນ 83 ປະເທດ ແລະເຂດແຄ້ວນທີ່ລົງທຶນອອກຕ່າງປະເທດຂອງ ຫວຽດນາມ.
ພິເສດ, ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍທີ່ສະໜອງທຶນ ODA ຊ່ວຍເຫຼືອລ້າຫຼາຍທີ່ສຸດໃຫ້ຫວຽດນາມ. ເດືອນມີນາ ຜ່ານມາ, ອົດສະຕາລີ ໄດ້ປະກາດເພີ່ມທຶນ ODA ໃຫ້ຫວຽດນາມ ຂຶ້ນເຖິງລະດັບສະຖິຕິ 96,6 ລ້ານໂດລາອົດສະຕາລີ.
ໃນການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳສຳຄັນ. ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນ, ການຮ່ວມມືດ້ານການບໍາລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ, ຕ້ານ ແລະສະກັດກັ້ນອາດຊະຍາກຳ, ຕ້ານການອົບພະຍົບຜິດກົດໝາຍ.... ສິ່ງທີ່ເປັນໜ້າສົນໃຈ, ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງຫວຽດນາມ ໃນຂົງເຂດຮັກສາສັນຕິພາບ ສະຫະປະຊາຊາດ. ສອງຝ່າຍໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮັກສາສັນຕິພາບ ສະຫະປະຊາຊາດ ໃນເດືອນມີນາ ປີ 2024. ທະຫານອາກາດ ແຫ່ງລາຊະອານາຈັກອົດສະຕາລີ ໄດ້ໜູນຊ່ວຍການຂົນສົ່ງບຸກຄະລາກອນ ແລະ ເຄື່ອງອຸປະກອນຂອງໂຮງໝໍກາງສະໜາມ ຂັ້ນ 2 ຂອງຫວຽດນາມ ໄປຍັງຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້ ຫຼາຍຄັ້ງແລ້ວ. ກ່ຽວກັບການຮ່ວມມືດ້ານປ້ອງກັນຄວາມສະຫງົບ ແລະ ການປະຕິບັດກົດໝາຍ, ສອງຝ່າຍໄດ້ຍົກລະດັບການປຶກສາຫາລືດ້ານຄວາມໝັ້ນຄົງ ຂຶ້ນເປັນຂັ້ນລັດຖະມົນຕີໃນເດືອນ ຕຸລາ ປີ 2024.
ນອກຈາກນີ້, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດ: ການສຶກສາ ແລະບຳລຸງສ້າງ, ແຮງງານ, ການແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ ແລະອື່ນໆ ກໍໄດ້ຮັບໝາກຜົນທີ່ເປັນໜ້າສົ່ງເສີມ... ໃນສະພາບຕົວຈິງ, ຫວຽດນາມ ແລະອົດສະຕາລີ ຍັງມີຄວາມສາມາດບົ່ມຊ້ອນດ້ານການຮ່ວມມືຫຼາຍຢ່າງ ທີ່ສາມາດຂຸດຄົ້ນໄດ້, ເປັນຕົ້ນແມ່ນໃນຂົງເຂດທີ່ຫວຽດນາມ ພວມໃຫ້ບຸລິມະສິດ ແລະ ອົດສະຕາລີ ມີທ່າແຮງ ຄື: ເຕັກໂນໂລຢີສູງ, ນະວັດຕະກຳ, ພະລັງງານສະອາດ, ຂຸດຄົ້ນແຮ່ທາດ, ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການບໍລິການ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ.
ບົນພື້ນຖານໝາກຜົນທີ່ບັນລຸໄດ້, ການຢ້ຽມຢາມຫວຽດນາມ ໃນຄັ້ງນີ້ຂອງທ່ານນາງ Sam Most ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ພ້ອມດ້ວຍສາມີ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມໃຫ້ຫຼາຍກ່ວາອີກ. ພວກເຮົາ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ແລະສາມີ ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງພະລັງແຮງໃໝ່ປະກອບສ່ວນຍູ້ແຮງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ ເລິກເຊິ່ງກວ່າອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ກໍ່ຄື ໃນໂລກ.
ໂດຍ: ທູຈາງ