ທີ່ການພົບປະກັບທ່ານ Nukaga Fukushiro, ທ່ານ ເລແທ່ງລອງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ແລະການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາຕໍ່າຍີ່ປຸ່ນ. ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີ ໄດ້ຂອບໃຈທ່ານປະທານ Nukaga Fukushiro ແລະສະພາຕໍ່າຍີ່ປຸ່ນ ທີ່ໄດ້ສະໜັບສະໜູນ ແລະຮ່ວມມືໃນຊຸມປີຜ່ານມາ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ, ເປັນເພື່ອນມິດທີ່ຈິງໃຈ, ໄວ້ເນື້ອເຊື່ອໃຈ, ຮ່ວມເດີນທາງໃນຍຸກໃໝ່; ຖືວ່າການຮ່ວມມືລັດຖະສະພາ ແມ່ນຊ່ອງທາງສຳຄັນ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດພັດທະນາຢ່າງແທດຈິງ, ຮອບດ້ານ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີ ພົບປະກັບທ່ານ Nukaga Fukushiro ປະທານສະພາຕ່ຳຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາຢາກວ່າ ສະພາຕໍ່າຍີ່ປຸ່ນ ຈະສືບຕໍ່ສະໜັບສະໜູນນະໂຍບາຍໜູນຊ່ວຍຫວຽດນາມ ຂອງລັດຖະບານຍີ່ປຸ່ນ, ໃນນັ້ນມີການເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ໃນຕ່ອງໂສ້ການສະໜອງທົ່ວໂລກ, ເພີ່ມເຕີມອັດຕາສ່ວນການຫັນເປັນພາຍໃນປະເທດໃນການຜະລິດຂອງວິສາຫະກິດຍີ່ປຸ່ນ ຢູ່ຫວຽດນາມ; ເພີ່ມທະວີການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສະເໜີໃຫ້ຝ່າຍຍີ່ປຸ່ນ ສ້າງຄວາມສະດວກ, ຫັນລະບຽບການເປັນງ່າຍດາຍ ແລະມຸ່ງໄປເຖິງການຍົກເວັ້ນວີຊາໃຫ້ພົນລະເມືອງຫວຽດນາມ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ທ່ານປະທານສະພາຕ່ຳ Nukaga Fukushiro ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຍີ່ປຸ່ນ ໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແລະການພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ, ການພັດທະນາເສດຖະກິດຂອງຫວຽດນາມ ຈະປະກອບສ່ວນເຂົ້າໃນຄວາມສະຖຽນລະພາບ ແລະການພັດທະນາຂອງພາກພື້ນ. ທ່ານ Nukaga Fukushiro ສະເໜີໃຫ້ບັນດາອົງການນິຕິບັນຍັດຂອງສອງປະເທດ ສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືຢ່າງແໜ້ນແຟ້ນໃນໄລຍະຈະມາເຖິງ.

ໂດຍ: ຈາງຫງວຽນ