ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ແລະສາມີ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ
ຕອນບ່າຍວັນທີ 9 ກັນຍາ, ທ່ານນາງ Sam Mostyn, ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ທ່ານ Simeon Beckett, ສາມີ ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 9-12 ກັນຍາ 2025, ຕາມຄຳເຊີນຂອງທ່ານ ເລືອງເກື່ອງ, ປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ພັນລະຍາ.
    |
 |
ທ່ານນາງ Sam Mostyn ຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບ ອົດສະຕາລີ ແລະ ທ່ານ Simeon Beckett, ສາມີ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ການຢ້ຽມຢາມມີຄວາມໝາຍສຳຄັນ, ຊ່ວຍຢືນຢັນຄວາມຕັດສິນໃຈຂອງທັງສອງປະເທດ ໃນການປັບປຸງສາຍພົວພັນມິດຕະພາບ ແລະການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ພິເສດແມ່ນການຮ່ວມມືດ້ານການເມືອງ ພາຍຫຼັງເວລາ ກວ່າ 1 ປີເຄິ່ງ ທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ສຳລັບຫວຽດນາມ, ເລື່ອງຕ້ອນຮັບທ່ານຜູ້ສຳເລັດຣາຊະການ ແຫ່ງເຄືອຈັກກະພົບອົດສະຕາລີ ມາຢ້ຽມຢາມ ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ໂດຍຖືເປັນສຳຄັນການພົວພັນກັບບັນດາປະເທດຢູ່ພາກພື້ນມະຫາສະໝຸດປາຊີຟິກໃຕ້.
ສຳລັບອົດສະຕາລີ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງແກ່ການພັດະນາການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີຫວຽດນາມ.
ແຫຼ່ງຄັດຈາກ: vovworld.vn