ສະເຫຼີມສະຫຼອງວັນຊາດ ສປປ. ເກົາຫຼີ ຄົບຮອບ 77 ປີ
ກປ.ອອນໄລ - ຕອນຄໍ່າວັນທີ 8 ກັນຍາ, ສະຖານທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ ໄດ້ຈັດງານລ້ຽງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ຄົບຮອບ 77 ປີ (9-9-1948 / 9-9-2025).
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ໄດ້ຕາງໜ້າລັດຖະບານຫວຽດນາມ ເຂົ້າຮ່ວມງານລ້ຽງ. ເຂົ້າຮ່ວມຍັງມີທ່ານພົນໂທ ເບຊວນເຈື່ອງ, ຮອງປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະຫະພັນນັກຮົບເກົ່າຫວຽດນາມ; ທ່ານພົນຈັດຕະວາ ຫງວຽນບ໊າລຶກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຕາງໜ້າກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
    |
 |
ທ່ານ Ri Sung Guk ເອກອັກຄະລັດຖະທູດ ສປປ. ເກົາຫຼີ ປະຈຳຫວຽດນາມ ກ່າວຄຳເຫັນທີ່ງານລ້ຽງ. ພາບ: qdnd.vn |
ກ່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳ ຫວຽດນາມ Ri Sung Guk ໄດ້ຫວນຄືນບັນດາຜົນງານອັນພົ້ນເດັ່ນໃນວິວັດການພັດທະນາຂອງ ສປປ.ເກົາຫຼີ; ພ້ອມທັງຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ສປປ.ເກົາຫຼີ ແມ່ນເປີດກວ້າງ ແລະພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານກັບຫວຽດນາມ ຢ່າງບໍ່ຢຸດຢັ້ງ.
    |
 |
ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດ ກ່າວຄໍາເຫັນອວຍພອນວັນຊາດ ສປປ ເກົາຫຼີ ຄົບຮອບ 77 ປີ. ພາບ: qdnd.vn |
ຕາງໜ້າໃຫ້ລັດຖະບານຫວຽດນາມ, ທ່ານ ຫງວຽນມິງຫວູ ອວຍພອນບັນດາຜົນງານສຳຄັນທີ່ປະຊາຊົນ ສປປ.ເກົາຫຼີ ບັນລຸໄດ້ໃນຕະຫຼອດ 77 ປີຜ່ານມາ.
    |
 |
ບັນດາຜູ້ແທນທີ່ງານລ້ຽງ. ພາບ: qdnd.vn |
ທ່ານ ຫງວຽນມິງຫວູ ຢືນຢັນວ່າ, ລັດຖະບານ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ, ປາດຖະໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ສປປ.ເກົາຫຼີ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ກໍ່ຄື ໃນໂລກ.
ໂດຍ: ໄຊນີດາ