leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ. ພາບ: ເຍີດບັ໊ກ

ພາຍຫຼັງໄດ້ຮັບຟັງບົດລາຍງານ ແລະຄໍາເຫັນປຶກສາຫາລືຂອງບັນດາຜູ້ແທນ, ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາກະຊວງ, ອົງການ ດ້ວຍຄວາມຄືບໜ້າຢ່າງຕັ້ງໜ້າ; ມອບໃຫ້ກະຊວງກະສິກຳ ແລະສິ່ງແວດລ້ອມ ເປັນເຈົ້າການຜັນຂະຫຍາຍວຽກງານທີ່ກ່ຽວຂ້ອງເຖິງທີ່ດິນ, ປ່າໄມ້, ສິ່ງແວດລ້ອມກັບໂຄງການທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ; ກະຊວງການຕ່າງປະເທດ, ກະຊວງກໍ່ສ້າງ ສົມທົບກັບຝ່າຍຈີນ ກະກຽມກອງປະຊຸມຄະນະກຳມະການຮ່ວມມືທາງລົດໄຟ ຫວຽດນາມ-ຈີນ, ການກະກຽມຕ້ອງລະອຽດທີ່ສຸດ, ໃນນັ້ນມີການຄັດເລືອກໃຫ້ຄຳປຶກສາ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບໃຫ້ກະຊວງກໍ່ສ້າງ ເລັ່ງສ້າງບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ເພື່ອເລີ່ມກໍ່ສ້າງໂຄງການທາງລົດໄຟ ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ ໃນວັນທີ 19 ທັນວາ 2025; ສົມທົບກັບກະຊວງວິທະຍາສາດ ແລະເຕັກໂນໂລຢີ ເພື່ອເຮັດສຳເລັດການປະກາດມາດຕະຖານໃນເດືອນຕຸລາ. ທ່ານນາຍົກລັດຖະມົນຕີ  ໃສ່ໃຈເຖິງການສັບຊ້ອນແຫຼ່ງທຶນໃຫ້ໂຄງການ, ລວມມີ: ແຫຼ່ງເງິນລົງທຶນສາທາລະນະ, ສະເໜີກູ້ຢືມທຶນ ແລະການອອກແບບເຕັກນິກ.

ໂດຍ: ເຈິ່ນຮວ່ຽນ